ຮອງ​ປະທານ ສພຂ ວຽງ​ຈັນ ມອບ​​ເຄ່ືອງ​ຊ່ວຍ​ເຫລືອ​ໃຫ້​ປະຊາຊົນ​ແຂວງ​ເຊ​ກອງ

ໃນວັນທີ 28 ຕຸລາ ນີ້, ທ່ານ ນາງ ບົວວັນ ທໍາມະວົງ, ຮອງປະທານສະພາປະຊາ ຊົນແຂວງ ວຽງຈັນ ໄດ້ນໍາເອົາ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງໄປມອບໃຫ້ ເຊກອງ ເພື່ອນໍາໄປຊ່ວຍເຫຼືອປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມ ເຊິ່ງມີເຄື່ອງນຸ່ງຫົ່ມ 2 ແກັດ, ນໍ້າດື່ມ 38 ແກັດ, ໝີ່ໄວໆ 31 ແກັດ, ຜ້າຫົ່ມ 20 ຜືນ, ອຸປະກອນການສຶກສາ ແລະ ເຄື່ອງໃຊ້ປະຈໍາວັນອີກ ຈໍານວນໜຶ່ງ.

ໃນໂອກາດນີ້, ຜູ້ຕາງໜ້າ ແຂວງ ເຊກອງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະພາແຂວງວຽງຈັນ ທີ່ໄດ້ນໍາເອົາ ວັດຖຸປັດໄຈດັ່ງກ່າວມາຊ່ວຍ ເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຄັ້ງນີ້ ແລະ ຢືນຢັນ ວ່າຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປມອບໃຫ້ຮອດໃຫ້ ເຖິງປະຊາຊົນທີ່ພົບຄວາມຫຍຸງຍາກ ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ກໍາລັງໃຈແກ່ເຂົາເຈົ້າ ສາມາດຟື້ນຟູຊີວິດການເປັນຢູ່ຂອງຕົນຜູ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ