ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຂົ້າຮວ່ມພິທີ ສະເຫລີມສະຫລອງວັນມູນເຊື້ອອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ ຄົບຮອບ 70 ປີ

1. ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ- ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ມາປະຕິບັດໜ້າທີ່ສາກົນຢູ່ລາວ ຄົບຮອບ 70 ປີ (30/10/1949-10/30/2019) ທີ່ຈັດຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ.

ໃນໄລຍະເຂົ້າຮ່ວມພິທີສະຫລອງ ວັນສຳຄັນດັ່ງກ່າວ ໃນຕອນແລງ ວັນທີ 28 ຕຸລາ 2019 ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບປະກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຟູ ຈ້ອງ ແລະ ສະຫາຍ ນາງ ຫງວຽນ ທິ ກີມ ເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ. ໃນການພົບປະດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ຂອງສະຫາຍ ຫງວຽນ ຟູ ຈ້ອງ ແລະ ການຕ້ອນຮັບຢ່າງອົບອຸ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມດີໃຈທີ່ໄດ້ມີໂອກາດພົບໜ້າພໍ້ຕາກັບບັນດາເພື່ອນຮ່ວມຮົບໃນໄລຍະຫລາຍສິບປີຜ່ານມາ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕາງໜ້າໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູຸ້ບຸນຄຸນ ຢ່າງລົ້ນເຫລືອ ຕໍ່ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລ້ຳຄ່າ, ທັນການ, ມີປະສິດທິຜົນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພາລະກິດປະຕິວັດຂອງລາວ, ໃນນັ້ນຕໍ່ບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ກໍ່ຄືຄອບຄົວຂອງບັນດານັກຮົບປະຕິວັດ ທີ່ເສຍຊີວິດ ຢູ່ລາວ ໃນປາງສົງຄາມ ແລະ ຢືນຢັນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຍາມໃດກໍ່ຈະຈາລຶກຄຸນງາມຄວາມດີ, ການເສຍສະຫລະອັນໃຫ່ຍຫລວງ ເພື່ອພາລະກິດປົດປ່ອຍຊາດ ຂອງສອງປະເທດລາວ ແລະ ຫວຽດນາມ ແລະ ຈະຮ່ວມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນພິເສດ ທີ່ຫາຍາກລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ເພື່ອສົມກັບຄວາມເສຍສະຫລະອັນໃຫຍ່ຫລວງ ຂອງບັນດານັກຮົບປະຕິວັດ ຂອງສອງປະເທດ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນພິເສດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເຊິ່ງໄດ້ຮັບການສືບທອດໂດຍການນຳ, ນັກຮົບປະຕິວັດລຸ່ນຕ່າງໆຂອງສອງປະເທດຈົນເຖິງປະຈຸບັນ ໄດ້ກາຍເປັນມໍລະດົກລວມທີ່ລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໃຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ. ນອກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ແຈ້ງສະພາບອັນພົ້ນເດັ່ນຂອງລາວ, ໂດຍສະເພາະຜົນສຳເລັດການດຳເນີນກອງປະຊຸມຄົບຄະນະຄັ້ງທີ່ 9 ຂອງສູນກາງພັກ ແລະ ການກະກຽມໃສ່ກອປະຊຸມໃຫ່ຍຄັ້ງທີ່ 11 ຂອງພັກປປລາວໃນຕໍ່ໜ້າ.

ໃນການພົບປະດັ່ງກ່າວ,
ສະຫາຍ ເລຂາທິການໃຫຍ່,
ປະທານປະເທດຫວຽດນາມ ຫງວຽນ ຟູຈອງ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ ສະຫາຍ ເລຂາທິການໃຫ່ຍ, ປະທານປະເທດ ບຸນຍັງ ວໍລະຈິດ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ-ລັດລາວ ໄປເຂົ້າຮ່ວມງານ ສະເຫລີມສະຫລອງວັນມູນເຊື້ອ ຂອງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ ຄົບຮອບ 70 ປີ ເຊີ່ງເປັນເຫດການສຳຄັນໃນການຮ່ວມສຳພັນສູ້ຮົບ ຫວຽດນາມ-ລາວ, ເປັນການສະແດງໃຫ້ເຫັນເຖິງມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ການນຳລຸ່ນກອ່ນໄດ້ສ້າງຕັ້ງ
ແລະ ຖະໜຸຖະໜອມຕະຫລອດໄລຍະຫລາຍສິບປີຜ່ານມາ. ສະຫາຍ ຫງວຽນຟູ້ຈອງ ໄດ້ຕີລາຄາສູງຜົນການພົວພັນຮ່ວມມືລະຫ່ວາງສອງຝ່າຍໃນຊຸມປີທ້າຍໆມານີ້,
ໄດ້ແຈ້ງສະພາບການອັນພົ້ນເດັ່ນຂອງຫວຽດນາມໃນປີ 2019, ໂດຍສະເພາະແມ່ນການດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 11 ສະໄໝທີ່ 12 ແລະ ການກະກຽມໃສ່ກອງປະຊຸມໃຫ່ຍຄັ້ງທີ່ 13 ຂອງພັກໃນຕໍ່ໜ້າ. ສະຫາຍ ຫງວຽນຟູ້ຈອງ ໄດ້ຕາງໜ້າໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູຸ້ບຸນຄຸນ ຕໍ່ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລ້ຳຄ່າ ຂອງພັກ, ລັດ, ກອງທັບ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ພາລະກິດປະຕິວັດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດຂອງປະຊາຊົນຫວຽດນາມ, ພິເສດແມ່ນການອູ້ມຊູ ຊ່ວຍເຫລືອບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ປະຕິບັດໜ້າທີ່ຂອງຕົນຢູ່ລາວ ເໝືອນດັ່ງລູກຫລານຂອງຕົນ. ການນຳສູງສຸດຂອງສອງປະເທດ ໄດ້ເປັນເອກະພາບເຖິງຄວາມຈຳເປັນໃນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນພິເສເທີ່ຫາຍາກນັ້ນໃຫ້ມີຄວາມສວຍສົດງົດງາມຕະຫລອດໄປ.

ໃນເວລາຕໍ່ມາຂອງວັນດຽວກັນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງສະຫາຍ ຫງວຽນ ທິ ກີມ ເງິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ, ສະຫາຍ ຫງວຽນ ທິ ກີມ ເງິນ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນຄັ້ງທີ 8 ສະໄໝທີ 14 ທີ່ສະພາກຳລັງດຳເນີນ ຢູ່ແຕ່ວັນທີ 21 ຕຸລາ 2019 ເປັນຕົ້ນມາ ແລະ ຈະສຳເລັດລົງໃນວັນທີ 27 ພະຈິກ 2019 ລາຍງານທັງຜົນສຳເລັດຂອງການພັດທະນາ ເສດຖະກິດ-ສັງຄົມຂອງຫວຽດນາມ ໃນປີ 2019. ຈາກນັ້ນ ສະ ຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດທີ່ສະພາແຫ່ງຊາດ ສສ ຫວຽດ ນາມ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຊົມເຊີຍເຖິງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ, ສະພາແຫ່ງຊາດ ລາວ ກໍ່ຈະດຳເນີນກອງປະຊຸມສະໄມສາມັນຄັ້ງທີ 8 ສະໄໝທີ 8 ຂອງຕົ້ນເດືອນ ພະຈິກ 2019 ຈະມາເຖິງ. ຫວັງວ່າສອງສະພາຈະສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຕໍ່ໜ້າ.
2. ໃນຕອນເຊົ້າຂອງວັນທີ 29 ຕຸລາ 2019 ທີ່ ນະຄອນຫລວງ ຮ້າໂນ້ຍ, ສສ ຫວຽດນາມ ໄດ້ມີການຈັດຕັ້ງໂຮມຊຸມນຸມໃຫ່ຍ ສະເຫລີມສະຫລອງ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ມາປະຕິບັດໜ້າທີ່ ຢູ່ລາວ ຄົບຮອບ 70 ປີ ໂດຍມີການເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫງວຽນ ທິ ກີມ ເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ລາວ, ບັນດາການນຳຂັ້ນສູງຂອງພັກ-ລັດຫວຽດນາມ ຕະຫລອດຮອດ ບັນດາສະຫາຍ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານທະຫານ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຂອງ ໄວໜຸ່ມຂອງສອງປະເທດຢ່າງຫລວງຫລາຍ.
ໃນພິທີໂຮມຊຸມນຸມ, ສະຫາຍ ພົນເອກ ໂງ ຊວັນ ລິກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປລາວ ໄດ້ຜັດປ່ຽນກັນອອກຄຳເຫັນ ໂດຍໄດ້ຕີລາຄາສູງການປະກອບສ່ວນອັນສຳຄັນ, ການເສຍສະຫລະອັນໃຫຍ່ຫລວງຂອງບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ມາປະຕິບັດໜ້າທີ່ພັນທະສາກົນຢູ່ລາວຕາມຄຳສັ່ງສອນ ຂອງປະທານ ໂຮ່ຈິມິນທີ່ວ່າ: “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ນັບແຕ່ທ້າຍຊຸມປີ 1940 ຂອງສະຕະວັດທີ່ແລ້ວ ເພື່ອພ້ອມກັບກອງທັບ ແລະ ປະຊາຊົນລາວ ຕໍ່ສູ້ເພື່ອເອກະລາດແຫ່ງຊາດ ເປັນເວລາຫລາຍສິບປີຜ່ານມາ.
ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕາງໜ້າໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຕໍ່ບັນດານັກຮົບປະຕິວັດ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ທີ່ໄດ້ມີການປະກອບສ່ວນຢ່າງຫລວງຫລາຍ, ມີການເສຍສະຫລະທີ່ໃຫຍ່ຫລວງໃຫ້ແກ່ພາລະກິດປະຕິວັດ ຂອງປະຊາຊົນລາວ ມາໂດຍຕະຫລອດ ແລະ ໄດ້ຢືນຢັນຄືນເຖິງທັດສະນະ, ຫລັກໝັ້ນອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະເຮັດສຸດຄວາມສາມາດຂອງຕົນເພື່ອຮວ່ມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງໃນການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບທີ່ຍິ່ງໃຫຍ່, ສາຍພົວພັນພິເສດ ທີ່ຫາຍາກລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນທັງສອງປະເທດ.
ໃນໂອກາດອັນສຳຄັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລາກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ສັງຄົມນິຍົມ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ໃຫ້ປະກົດຜົນເປັນຈິງ, ກ້າວໄປສູ່ການກະກຽມກອງປະຊຸມໃຫ່ຍຄັ້ງທີ່ 13 ຂອງພັກກອມມູນິດຫວຽດນາມໃຫ້ມີຜົນສຳເລັດໃນຕໍ່ໜ້າ.
ຕອນແລງວັນທີ 29 ຕຸລາ 2019, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງບັນດາສະຫາຍ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ສະຫາຍ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ພົບປະໂອ້ລົມກັບບັນດາທະຫານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຜູ້ທີ່ເປັນເພື່ອນຮ່ວມຮົບ ໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດເພື່ອເອກະລາດແຫ່ງຊາດ ຂອງສອງຊາດລາວ-ຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ກໍ່ໄດ້ສະແດງຄວາມຍ້ອງຍໍສັນລະເສີນ ແລະ ຮູ້ບຸນຄຸນຢ່າງເລິກເຊີ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງເວົ້າລວມ, ເວົ້າສະເພາະແມ່ນຕໍ່ບັນດາສະຫາຍ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ ສະຫນັບສະຫນູນອັນໃຫຍ່ຫລວງ ແລະ ລ້ຳຄ່າທີ່ສຸດໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວບັນດາເຜົ່າ, ເຊີ່ງເປັນລູກຮັກຫລານປະເສີດ ຂອງປະຊາຊົນ ຫວຽດ ນາມ ທີ່ໄດ້ເສຍສະຫລະຢ່າງໃຫຍ່ຫຼວງ ທັງສະຕິປັນຍາ, ຊີວິດ ແລະ ເລືອດເນື້ອໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນ ລາວ, ຍ້ອນເຫັນໄດ້ວິລະກຳອັນພົ້ນເດັ່ນ ແລະ ການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການປະຕິວັດສອງຊາດ ລາວ-ຫວຽດນາມ, ກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ເປັນກຽດໄດ້ຮັບ ຫລຽນຄຳແຫ່ງຊາດ ເຊິ່ງແມ່ນຫລຽນຄຳສູງສຸດຂອງພັກ, ລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຫລຽນໄຊດາວຄຳ ເຊິ່ງແມ່ນຫລຽນໄຊສູງສຸດຂອງພັກ, ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພິເສດ ໃນພິທີອັນຫງ່າຜ່າເຜີຍໃນມື້ນີ້, ກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ກໍ່ໄດ້ຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດ ຈາກພັກ, ລັດ ສາທາລະ ນະລັດ ສັງຄົມນິຍົມຫວຽດນາມ.

