ພົບເຫັນ 39 ຊາກສົບໃນຕູ້ຄອນແຕນເນີລົດຄັນໜຶ່ງ

ຮຽບຮຽງໂດຍ: ລູກເມືອງພວນ

ຂ່າວ ຕ່າງປະເທດ ວັນທີ 23 ຕຸລານີ້ໃຫ້ຮູ້ວ່າ: ອັງກິດພົບເຫັນ 39 ຊາກສົບໃນຕູ້ ຄອນແຕນເນີລົດຄັນໜຶ່ງ ຊຶ່ງເດີນທາງອອກຈາກ Zeebrugge (ປະເທດເບນຢຽມ) ໄປຍັງ Essex ທາງພາກຕາເວັນອອກສ່ຽງໃຕ້ ຂອງ ປະເທດ ອັງກິດ.

ໂດຍພົບເຫັນຊາກສົບດັ່ງກ່າວຢູ່ໃນເຂດອຸດສາຫະກຳ Waterglade, ໃນເມືອງ Grays, ໜ່ວຍກູ້ໄພ ອັງກິດໄດ້ລາຍງານໃຫ້ເຈົ້າໜ້າທີ່ຕຳຫຼວດ ເຂົ້າມາກວດສອບທັນທີ.

ເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວຄົນຂັບລົດຄັນດັ່ງກ່າວ ອາຍຸ 25 ປີ ມາຈາກ ທາງພາກເໜືອຂອງໄອແລນ ໄວ້ເພື່ອສືບສວນ.

ຂ່າວເບື້ອງຕົ້ນໃຫ້ຮູ້ວ່າ 38 ສົບເປັນຜູ້ໃຫ່ຍ ແລະ ອີກໜຶ່ງສົບເປັນໄວລຸ່ນ.

ລົດຄັນດັ່ງກ່າວມາຈາກ ບຸນກາຣີ ແລ້ວ ເຂົ້າມາໃນອັງກິດໂດຍຜ່ານທ່າກຳປັ່ນ Holyhead, Anglesey ໃນມື້ວັນທີ 19 ຕຸລາ.ນາຍ Richard Burnett ປະທານສາມະຄົມຂົນສົ່ງທາງໄກ(Road Haulage Association)ໃຫ້ຮູ້ວ່າ: ຕູ້ຄອນແຕນເນີໃນລົດຄັນດັ່ງກ່າວ ເປັນຕູຄອນແຕາເນີແຊ່ແຂງ ຊຶ່ງມີອຸນຫະພູມ -25 ອົງສາເຊ.

ຫົວໜ້າເຈົ້າໜ້າທີ່ຕຳຫຼວດອັງກິດ Andrew Mariner ໃຫ້ຮູ້ວ່າ ກຳລັງ ສືບສວນຫາລາຍລະອຽດປະຫວັດຂອງແຕ່ລະຄົນຢູ່ ແຕ່ກໍບໍ່ແມ່ນເລື່ອງງ່າຍປານໃດ.

ທ່ານໃຫ້ຮູ້ຕື່ມອີກວ່າ : “ພວກເຮົາໄດ້ກັກຕົວຄົນຂັບລົດໄວ້ ເພື່ອສືບສວນ”

ຮອງຫົວໜ້າເຈົ້າໜ້າທີ່ຕຳຫຼວດ Pippa Mills ເວົາ້ວ່າ : ການຮັບຮູ້ປະຫວັດຂອງຜູ້ຕາຍແຕ່ລະຄົນ “ເປັນບູລິມະສິດນໍາເບີໜຶ່ງຂອງພວກເຮົາ”. ເບື້ອງຕົ້ນຄາດວ່າອາດຈະເປັນຄົນຈີນທັງໝົດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ