ມ່ວນແນ່ນອນ, ເຊລຊີ-ສະເປີ ແລະ ອາເຊນອລ-ແມນຊິຕີ ໃນຮອບຮອງຊະນະເລີດ ເອຟເອ ຄັບ

ການແຂ່ງຂັນ ເອຟເອ ຄັບ ອັງກິດ ປະຈຳລະດູການ 2016 -17 ໄດ້ 4 ທີມສຸດທ້າຍເຂົ້າມາ ຫລິ້ນໃນຮອບຮອງຊະນະເລີດ ແລ້ວ ໂດຍຄູ່ສຸດທ້າຍຮອບກ່ອນ ຮອງຊະນະເລີດ ແຊ໊ມເກົ່າ ແມນ ຢູໄນເຕັດ ຕ້ອງພາດໂອກາດຜ່ານ ເຂົ້າມາປ້ອງກັນແຊ໊ມ ຫລັງບຸກ ໄປເສຍໃຫ້ທີມຜູ້ນຳພຣີເມຍລີກ ອັງກິດ ເຊລຊີ 0-1 ສົ່ງຜົນໃຫ້ ເຊລຊີ ຜ່ານເຂົ້າໄປຫລິ້ນຮອບ ຮອງຊະນະເລີດທີ່ມີ ອາເຊນອລ, ແມນ ຊິຕີ ແລະ ທັອດແນມ ຮັອດ ສະເປີ ລໍຖ້າຢູ່ແລ້ວ.

ແລະ ຜົນການຈັບສະ ຫລາກປະກົບຄູ່ຮອບຮອງຊະນະ ເລີດ (Semi finals) ປາກົດວ່າ ເຊລຊີ ຕ້ອງໂຄຈອນມາພົບກັບ ທັອດແນມ ຮັອດສະເປີ ເຮັດໃຫ້ ທັອດແນມ ຮັອດສະເປີ ຕ້ອງເປີດ ລອນດອນເກມໃຫຍ່ເປັນຄັ້ງທີ ສາມຫລັງຜ່ານທັງ ຟູແລມ ແລະ ມິລວອລ ເຂົ້າມາ. ຂະນະທີ່ ອາເຊ ນອລ ແຊ໊ມລາຍການນີ້ 12 ສະ ໄໝ ຕ້ອງພົບວຽກໜັກພົບກັບ ແມນ ຊິຕີ.

ໂດຍໃນຮອບຮອງຊະນະ ເລີດນັ້ນຈະແຂ່ງກັນໃນວັນທີ 22-23 ເມສາ ທີ່ຈະມາເຖິງນີ້ ທີ່ ສະໜາມເວມບລີ ສະເຕດ້ຽມ ສະ ໜາມກາງທີ່ຕັດສິນກັນໃນນັດ ດຽວ ເຊິ່ງຜູ້ຊະນະຈະຜ່ານເຂົ້າໄປ ຫລິ້ນໃນຮອບຊີງຊະນະເລີດ ທີ່ ສະໜາມແຫ່ງນີ້ໃນວັນເສົາທີ 27 ພຶດສະພາ ນີ້ເຊັ່ນກັນ.

+ ສະຫຼຸບຜົນປະກົບຄູ່ ເອຟ ເອ ຄັບ ອັງກິດ ຮອບຮອງຊະນະ ເລີດ ມີດັ່ງນີ້:

– ເຊລ ພົບ ທັອດແນມ ຮັອດ ສະເປີ.

– ອາເຊນອລ ພົບ ແມນ ຊິຕີ.