ສ້າງຄົນເພື່ອສ້າງຊາດ

ໂດຍ: ທິດກ່ຳ

ໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ລັດຖະບານ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດສະແດງຄວາມຮູ້ບຸນຄຸນຕໍ່ຂະແໜງ ການສຶກສາ ກໍຄືບັນດາຄູ-ອາຈານທີ່ໄດ້ເສຍສະຫລະແຮງໃຈ, ແຮງກາຍເຂົ້າໃນການ ພັດທະນາການສຶກສາ ແລະ ສ້າງຊັບພະຍາກອນມະນຸດເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ.

ຢາກພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ກ່ອນອື່ນໝົດຕ້ອງໄດ້ພັດທະນາຄົນເພາະວ່າຄົນເປັນກຳລັງແຮງຂັບເຄື່ອນການພັດທະນາ ປະເທດຊາດ ແລະ ຢາກໄດ້ຊັບພະຍາກອນມະນຸດທີ່ດີກໍຕ້ອງມີລະບົບການສຶກສາທີ່ດີ, ມີການປະຕິຮູບ ແລະ ປ່ຽນແປງໃຫ້ທັນຍຸກທັນສະໄໝໄປເລື້ອຍໆ. ນີ້ຄືຄຳເຫັນຊີ້ນຳ ແລະ ຄວາມເປັນຫວ່ງເປັນໄຍຂອງຜູ້ນຳທີ່ມີຕໍ່ພາລະກິດການສ້າງຄົນໃນຍຸກໃໝ່ທັນສະໄໝ.

ແນວໃດກໍດີ, ໃນຕຳລາຂອງປັດຊະນຍາວັດຖຸນິຍົມສັດຈະວິພາກກໍໄດ້ຢັ້ງຢືນວ່າຄົນເຮົາ ເປັນຜູ້ສ້າງປະຫວັດສາດ; ກໍໝາຍຄວາມວ່າປະເທດຊາດບ້ານເມືອງຂອງພວກເຮົາຈະມີຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ມັ່ງຄັ່ງຮັ່ງມີໃນປະຫວັດສາດຍຸກນີ້ມັນກໍຂຶ້ນກັບຄົນລາວເຮົາທັງໝົດພາຍໃນຊາດເປັນຜູ້ສ້າງສາ ແລະ ພັດທະນາມັນຂຶ້ນມາດ້ວຍນ້ຳໃຈ ເສຍສະຫລະ, ສາມັກຄີຮັກຫໍ່ໂຮມກັນຢ່າງເປັນປຶກແຜ່ນຈຶ່ງມີຜົນສຳເລັດ.

ນັບແຕ່ປະເທດຊາດຂອງພວກເຮົາໄດ້ຮັບການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ  ປະຊາຊົນລາວ ເປັນຕົ້ນມາພັກ ແລະ ລັດຖະບານເຮົາຍາມ ໃດກໍໄດ້ເອົາໃຈໃສ່ເປັນຫວ່ງເປັນໄຍຖືເປັນອັນສຳຄັນໃນການສ້າງຄົນກໍຄືການ ສ້າງຊັບພະຍາກອນມະນຸດຕ້ອງມາກ່ອນ, ເຊິ່ງສະແດງອອກໃນການ ວາງແນວທາງນະໂຍບາຍຖືເອົາການສຶກສາໄປກ່ອນ ບາດກ້າວໜຶ່ງແຕ່ຫົວທີ.

ພໍມາຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ 9 ແລະ ທີ 10 ກໍໄດ້ວາງຍຸດ ທະສາດ 4 ບຸກທະລຸເຊິ່ງໜຶ່ງໃນ 4 ບຸກທະລຸ ກໍແມ່ນດ້ານການສ້າງຊັບພະຍາກອນມະນຸດ ມາໃນປີ 2015 ພັກ ແລະ ລັດຖະບານເຮົາໄດ້ປັບປຸງລະບົບການສຶກສາໂດຍທັນຈາກປະ ລິມານສູ່ຄຸນນະພາບ.

ນັບແຕ່ມີການປັບປຸງລະບົບການສຶກສາເປັນຕົ້ນມາຮອດປັດຈຸບັນເຫັນວ່າຄຸນນະ ພາບຂອງການສຶກສາກໍຄືການສ້າງຊັບພະຍາກອນມະນຸດໃຫ້ພາລະກິດການສ້າງສາ ປະເທດຊາດໄດ້ປະກົດຜົນເປັນຈິງຢ່າງເປັນຮູບປະທຳ.

ອັນທີ່ສະແດງອອກຢ່າງຈະແຈ້ງກໍຄືຄຸນນະພາບຂອງນັກຮຽນນັກສຶກສາມີອັນ ປ່ຽນແປງໃໝ່ໃນດ້ານຄຸນນະພາບຢ່າງເຫັນໄດ້ຊັດກ້າວຂຶ້ນທຽບຖານກັບພາກພື້ນ ແລະ ສາກົນ ເຊິ່ງໃນເວລາໄປແຂ່ງຂັນຫລາຍສາຂາວິຊາອາຊີບໃນລະດັບພາກພື້ນ ແລະ ສາກົນກໍສາມາດຍາດແຍ່ງເອົາຄະແນນດີໄດ້ລາງວັນມາໃຫ້ຕົນເອງ ແລະ ປະເທດຊາດ.

ເຖິງຢ່າງໃດກໍດີ, ຕະຫລອດໄລຍະ 40 ກວ່າປີມານີ້ຖືວ່າການສ້າງຄົນເຂົ້າໃນພາລະກິດ ການສ້າງສາພັດທະນາປະເທດຊາດນັ້ນພວກເຮົາກໍຍັງມີອັນອ່ອນ ແລະ ຄ້າງຄາຫລາຍ ດ້ານເປັນຕົ້ນສ້າງມາແລ້ວນຳໃຊ້ບໍ່ຖືກເປົ້າໝາຍ, ຜູ້ຮຽນດີຮຽນເກັ່ງ, ຜູ້ມີວິຊາສະເພາະທີ່ ແນ່ນອນບໍ່ໄດ້ຖືກສັບຊ້ອນເຂົ້າເປັນລັດຖະກອນ, ຍັງມີຄົນເຈົ້າຄົນຂ້ອຍ, ລູກເຈົ້າຫລານ ນາຍ, ຜູ້ມີເງິນຫລາຍພາກັນຊື້ຈ້າງເຂົ້າເຮັດວຽກມີຈຳນວນບໍ່ໜ້ອຍເສຍທາດຂາດຄຸນ, ສໍ້ ລາດບັງຫລວງ, ພະນັກງານລັດຈຳນວນຫລວງຫລາຍເຮັດວຽກບໍ່ມີຄຸນນະພາບ, ຕົກໃນສະພາບພະນັກງານເຫລືອບໍ່ພໍ ແລະ ອື່ນໆ.

ຕໍ່ບັນດາສິ່ງຕ່າງໆ ທີ່ຍັງກິດຂວາງກາຍມາເປັນປາກົດການຫຍໍ້ທໍ້ດັ່ງກ່າວ, ພວກເຮົາຕ້ອງພ້ອມກັນສູ້ຊົນແກ້ໄຂ ແລະ ກຳຈັດປັດເປົາໃຫ້ປອດໄສຂາວ ສະອາດເພື່ອພາລະກິດການສ້າງສາພັດທະນານາປະເທດຊາດໃຫ້ມີຄວາມຈະ ເລີນກ້າວໜ້າ ແລະ ຄວາມຍືນຍົງຂອງຊາດບ້ານເມືອງຕະຫລອດໄປ./.

 

(ພາບປະກອບ)
  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ