ໂຕໂຍຕ້າລາວຈັດງານສະແດງດົນຕີການກຸສົນ ລະດົມທຶນຊ່ວຍເຫລືອໄພນ້ຳຖ້ວມ

ງານສະແດງດົນຕີການກຸສົນ “ໂຕໂຍຕາຄລາສສິກ ຄັ້ງທີ 30” ເພື່ອລະດົມທຶນ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໄດ້ຈັດຂຶ້ນ ໃນວັນທີ 18 ຕຸລາ ຜ່ານມານີ້ ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍແຂກຖືກເຊີນ ແລະ ມວນຊົນ ເຂົ້າຮ່ວມເປັນຈໍານວນຫຼາຍ.

    ການສະແດງໃນຄັ້ງນີ້, ບັນເລງໂດຍວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່າແກ່ທີ່ສຸດຈາກປະເທດອັງກິດ ກໍ່ໍຕັ້ງເມື່ອປີ 1921 ແລະ ເປັນວົງທີ່ມີຄວາມສຳຄັນໃນວົງການດົນຕີຄລາສສິກ, ອຳນວຍເພງໂດຍທ່ານ ຄຣິສໂຕເຟີ ວໍເຣັນ ກຣີນ, ນອກຈາກສະແດງດົນຕີພາຍໃນງານແລ້ວ ວົງດັ່ງກ່າວ ໄດ້ໄປຝຶກສອນການຫລິ້ນດົນຕີຄລາສສິກ ໃຫ້ນັກຮຽນໂຮງຮຽນສິລະປະແຫ່ງຊາດ ອີກດ້ວຍ.

ທ່ານ Masaaki Kawabata ຜູ້ອຳນວຍການບໍລິສັດໂຕໂຍຕ້າລາວ ຈຳກັດ ກ່າວວ່າ: ລາຍໄດ້ທັງໝົດ ຈາກການຂາຍບັດ ແລະ ທຶນສະໜັບສະໜູນ ສົມທົບຂອງບໍລິສັດໂຕໂຍຕ້າລາວ ຈຳນວນ 200 ລ້ານກີບ ໄດ້ມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ແຂວງພາກກາງ ແລະ ພາກໃຕ້ ຂອງປະເທດ. ໂຄງການໂຕໂຍຕ້າຄລາສສິກ ເລີ່ມກໍ່ຕັ້ງເມື່ອປີ 1990, ປີນີ້ຈັດຂຶ້ນ ເປັນຄັ້ງທີ 30 ມີວັດຖຸປະສົງເພື່ອສົມທົບທຶນ, ນຳລາຍໄດ້ທັງໝົດໂດຍບໍ່ຫັກຄ່າໃຊ້ຈ່າຍ ມອບໃຫ້ກັບອົງກອນ ເພື່ອການກຸສົນຕ່າງໆ ນຳໄປຊ່ວຍເຫລືອສັງຄົມ ພາຍໃນປະເທດ, ຈັດສະແດງຜ່ານການບັນເລງດົນຕີຄລາສສິກ ເຊິ່ງເປັນສິລະປະທາງດົນຕີຊັ້ນສູງ ບັນເລງໂດຍວົງດົນຕີຄລາສສິກລະດັບໂລກ. ໃນປີນີ້, ງານສະແດງດົນຕີໂຕໂຍຕ້າຄລາສສິກ ໄດ້ສັນຈອນຈັດສະແດງທັງໝົດ 6 ປະເທດ ຄື: ລາວ, ໄທ, ບຣູໄນ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ.