ພາຍຸຫິມະຖະຫຼົ່ມສະຫະລັດ ອາເມລິກາຢ່າງໜັກ

ຮຽບຮຽງໂດຍ: ລູກເມືອງພວນ

ພື້ນທີ່ທາງພາກກາງ ແລະ ພາກເໜືອຂອງສະຫະລັດປະເຊີນກັບພາຍຸຫິມະ ເຮັດໃຫ້ບາງພື້ນທີ່ຫິມະຕົກສະສົມສູງເປັນປະຫວັດການ. ພາຍຸຫິມະໄດ້ເລີ່ມແຜ່ປົກຄຸມພື້ນທີ່ທາງຕອນເໜືອ ແລະ ຕອນກາງຂອງສະຫະລັດຕັ້ງແຕ່ທ້າຍສັບປະດາກ່ອນຈົນມີຄວາມຮຸນແຮງລະດັບທຳລາຍສະຖິຕິປະຈຳເດືອນຕຸລາ ໃນລັດ ນອສດາໂກຕາ ຊຶ່ງມື້ວັນສຸກທີ່ຜ່ານມາເປັນວັນທີ່ມີຫິມະຕົກໜັທີ່ສຸດໃນເມືອງ ວິສມາກ ທຳລາຍສະຖິຕິໃນຮອບ 100 ປີ ວັດແທກຄວາມໜາຂອງຫິມະໃນຮອບ 24 ຊົ່ວໂມງໄດ້ສູງເຖິງ 50 ຊມ ແລະ ເມື່ອລວມກັບຫິມະທີ່ຕົກສະສົມມາຫຼາຍວັນມີປະລິມານສູງ 1 ມ ສົ່ງຜົນກະທົບຕໍ່ການຈະລາຈອນ ຂະນະທີ່ສະຖາບັນການສຶກສາ ແລະ ທຸລະກິດ ແລະ ຫ້າງຮ້ານຕ່າງໆ ຕ້ອງປິດການບໍລິການ. ສະໝາມບິນໃນທ້ອງຖິ່ນໄດ້ປະກາດຍົກເລີກ ແລະ ເລື່ອນຖ້ຽວບິນອອກໄປເປັນຈຳນວນຫຼາຍ. ສຳນັກງານອຸຕຸນິຍົມຂອງສະຫະລັດປະກາດເຕືອນໄພໃນລັດ ນອສດາໂກຕາ ໃຫ້ລະວັງຝົນຫິມະ ຫຼື ຝົນທີ່ຕົກລົງມາປົນກັບຫິມະ ໂດຍລະບຸວ່າ ອາດເກີດຂຶ້ນໄດ້ໃນວັນທີ 14 ຕຸລາ ຈາກນັ້ນສະພາບອາກາດກໍຈະອຸ່ນຂຶ້ນ ຊຶ່ງຈະເຮັດໃຫ້ຫິມະເລີ່ມລະລາຍ ແລະ ມີຄວາມສ່ຽງເກີດນໍ້າຖ້ວມບາງພື້ນທີ່.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ