​ແຂວງ​ບໍ່​ແກ້ວ​ທຳລາຍ​ຢາ​ເສບ​ຕິດ​ຫລາຍ​ກວ່າ 3 ​ໂຕນ

ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 18 ປີ (ວັນທີ 12 ຕຸລາ 2001 – 12 ຕຸລາ 2019 ປີ ) ໃນວັນທີ 10 ຕຸລາ 2019 ຢູ່ເດີນກິລາ ບ້ານ ປ່າອ້ອຍ ແຂວງບໍ່ແກ້ວ ໄດ້ຈັດພິທີທຳລາຍຢາເສບຕິດໃນນີ້ ທີ່ຢຶດໄດ້ມາຈາກ ຂະບວນຄ້າຂາຍຢາເສບຕິດ ມີຫລາຍກວ່າ 3 ໂຕນໃນນັ້ນມີ ປະເພດຢາບ້າ ຈໍານວນ 1,79 ລ້ານກວ່າເມັດ, ໜັກ 179 ກິ ໂລ, ເຮໂລອິນ 58 ແທ່ງ, ໜັກ 23 ກິໂລກຣາມ ແລະ ຢາໄອສ໌ ກວ່າ 653 ກິໂລ, ແລະ ອື່ນໆ ໂດຍການເຂົ້າຮ່ວມ ຂອງທ່ານ ຈອມສີ ລັດຕະນະປັນ ຮອງ ເຈົ້າແຂວງບໍ່ແກ້ວ.

ທ່ານ ພັນເອກ ອິນສົມ ທໍລະສິນ ຮັກສາການຫົວ ຫນ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີຄຳເຫັນ ໃນພິທີວ່າ: ຢາເສບຕິດສົ່ງຜົນກະທົບຮ້າຍແຮງຕໍ່ຕົນ ເອງຄອບຄົວ ແລະ ສັງຄົມກໍ ໃຫ້ເກີດມີຄວາມສັບສົນວຸ້ນ ວາຍ, ເກີດມີອາຊະຍາກໍາ, ປຸ້ນຈີ້, ຂີ້ລັກງັດແງະສົ່ງຜົນ ກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຕໍ່ສະພາບການດັ່ງກ່າວ ພັກ – ລັດຖະບານ ເຮົາໄດ້ເອົາໃຈໃສ່ຊອກທຸກວິທີທາງເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຕໍ່ເນື່ອງຕະຫຼອດມາ ແລະ ຈັດສ້າງ ລະບຽບກົດຫມາຍວ່າດ້ວຍຢາເສບຕິດ ແລະ ມະຕິ, ຄໍາສັ່ງ, ຕ່າງໆອອກເຜີຍແຜ່ໃຫ້ສັງຄົມໄດ້ຢ່າງກວ້າງຂວາງ ເວົ້າສະເພາະແຂວງບໍ່ແກ້ວກໍ່ໄດ້ມີການຈັດຕັ້ງຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຂຶ້ນເພື່ອເຮັດໜ້າທີ່ໃນການກວດກາ ແລະ ຄວບຄຸມ, ເພື່ອຕ້ານ ແລະ ສະກັດກັ້ນການຜະລິດ, ຜູ້ທີ່ລັກລອບຄ້າຂາຍ, ຈໍາໜ່າຍຢາເສບຕິດ ແລະ ຜູ້ເສບໃຫ້ຫລຸດໜ້ອຍຖອຍລົງ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ