ນາຍົກລັດຖະມົນຕີ ອິນເດຍ ເກັບເສດຂີ້ເຫຍື້ອຕາມຫາດຊາຍແຄມທະເລ

ຮຽບຮຽງໂດຍ: ລູກເມືອງພວນ

ວັນທີ 13 ຕຸລານີ້, ນາຍົກລັດຖະມົນຕີ ອິນເດຍ ນາເຣັນດຣາມໍດີ ໄດ້ເອົາຄິບພາບຕົນເອງເກັບເສດຂີ້ເຫຍື້ອຕາມຫາດຊາຍແຄມທະເລໃນເມືອງ ມາມານລາປູຣາມ ລັດຕາມິນນາດູ ນານປະມານ 30 ນາທີ ໂພສລົງໃນທະວິດເຕີສ່ວນຕົວ, ທ່ານຂຽນວ່າ: “ຈົ່ງຮັບປະກັນໃຫ້ສະຖານທີ່ສາທາລະນະຂອງພວກເຮົາມີຄວາມສະອາດງາມຕາຢູ່ສະເໝີ, ຈົ່ງຊ່ວຍກັນເຊີດຊູຊີວິດທີ່ສົດໃສ”

ພາຍຫຼັງລົງຄິບດັ່ງກ່າວ, ບໍ່ພຽງເທົ່າໃດກໍຖືກຕີແຜ່ອອກໄປສູ່ສື່ສັງຄົມອອນລາຍຢ່າງກ້ວາງຂວາງ ແລະ ໄວວາ, ມີຜູ້ກົດໄລ້ເຖິງ 87 ພັນຄັ້ງ, ມີ 34 ພັນຄຳຄິດເຫັນ. ນອກນີ້ຍັງມີຫຼາຍໆ ບັນຊີສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ມໍດີ ວ່າ: ທ່ານເປັນແວ່ນແຍງທີ່ໃສແຈ້ງໃນການປົກປັກຮັກສາສິ່ງແວດລ້ອມ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ