5 ປະເທດລຸ່ມແມ່ນ້ຳຂອງກຽມເປີດໂຄງການທຳມະຍາດ

ຫົວໜ້າກົມສາສະໜາ ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 14- 31 ຕຸລານີ້,  5 ປະເທດລຸ່ມ ແມ່ນໍ້າຂອງຈະຈັດໂຄງການ ທຳມະຍາດເປັນຄັ້ງທີ 2, ໂດຍ ຈະມີພະລັງຂອງ 5 ປະເທດ ດັ່ງກ່າວຄື: ສປປ ລາວ, ສສ ຫວຽດນາມ, ມຽນມາ, ລາ ຊະອານາຈັກກຳປູເຈຍ ແລະ ຣາຊະອານາຈັກໄທ ເຂົ້າຮ່ວມ 300 ອົງ.

ພິທີເປີດທາງການຈະ ມີຂຶ້ນໃນວັນທີ 15 ຕຸລານີ້, ທີ່ ແຂວງ ຊຽງລາຍ ຣາຊະອານາຈັກໄທ  ແລະ ສືບຕໍ່ເຮັດ  ກິດຈະກຳທາງພຸດທະສາ ສະໜາ ໃນວັນທີ 16 ຕຸລາ, ຈາກນັ້ນວັນທີ 17-18 ຕຸລາ  ຄະນະຜູ້ແທນ ຈະໄດ້ເດີນທາງໄປ ສສ ຫວຽດນາມ ແລະ  19 ຕຸລາ ຈະໄດ້ເດີນທາງເຂົ້າມາ ສປປ ລາວ ຜ່ານ ດ່ານສາກົນຊຽງ ຂອງ- ຫ້ວຍຊາຍເຂົ້າໄປເຮັດກິດຈະ ກຳທາງພຸດທະສາສະໜາທີ່ ແຂວງອຸດົມໄຊ, ໃນວັນທີ 20-21 ຕຸລາ ຄະນະຜູ້ແທນ ຈະກັບມາໄດ້ເດີນທາງໄປ ແຂວງດຽນບຽນ ສສ ຫວຽດນາມ ໂດຍຜ່ານດ່ານຊາຍ ແດນລາວ-ຫວຽດນາມ ໄຕຈາງ-ຊົບຮຸນ, ໃນວັນທີ 22-24 ຕຸລາ ຄະນະຜູ້ແທນ ຈະເຄື່ອນໄຫວກິດຈະກຳຢູ່ ແຂວງອຸດົມໄຊ ແລະ ແຂວງ ຫລວງພະບາງ, ສ່ວນວັນທີ 25-27 ແມ່ນຈະໄດ້ເຄື່ອນ ໄຫວກິດຈະກຳ ທີ່ນະຄອນ ຫລວງວຽງຈັນ, ຮອດວັນທີ 28-29 ຄະນະຈະເດີນທາງ ໄປເຄື່ອນໄຫວກິດຈະກຳທີ່ ຣາຊະອານາຈັກໄທ,  ຫລັງຈາກນັ້ນຈະເດີນທາງໄປ ແຂວງ ຊຽມລຽບ ຣາຊະອາ ນາຈັກ ກຳປູເຈຍ ເພື່ອປິດໂຄງການດັ່ງກ່າວຢ່າງເປັນທາງການ ໃນວັນທີ 30-31 ຕຸລາ 2019. ເພື່ອແນໃສ່ເສີມ ຂະຫຍາຍການພົວພັນຮ່ວມ ມືຂອງ 5 ປະເທດລຸ່ມແມ່ນໍ້າ ຂອງແນໃສ່ເຜີຍແຜ່ວັດທະ ນະທຳ-ຮີດຄອງປະເພນີອັນ ດີງາມ ແລະ ສົ່ງເສີມການ ທ່ອງທ່ຽວ ອີກດ້ວຍ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ