ຈີນຖອນຕົວເປັນສະປອນເຊີ ດ້ານກິລາຢູ່ສະຫະລັດ

ຮຽບຮຽງໂດຍ: ລູກເມືອງພວນ
ສະປອນເຊີໃນຈີນ ແຫ່ກັນຖອນຕົວອອກຈາກການສະໜັບສະໜູນສະມາຄົມກີລາ ບາສເກັດບອນ ແຫ່ງຊາດສະຫະລັດ ຫຼື ເອັມບີເອ ຫຼັງ ມື້ວັນທີ 9 ສະຖານີໂທລະທັດ ຊີຊີທີວີ ຂອງທາງການຈີນ ແລະ ບໍລິສັດເທັກໂນໂລຢີຍັກໃຫ່ຍ ຢ່າງເຊັ່ນເຊັ່ນໂຫອິງ ໄດ້ປະກາດລະງັບການອອກອາກາດການແຂ່ງຂັນ ບາສເກັດບອນ ເອັມບີເອ ຊ່ວງກ່ອນເປີດລະດູການ ເພື່ອເປັນການຕອບໂຕ້ ຫຼັງທ່ານ ດາລອນມໍເລ ຜູ້ຈັດການທິມ ບາສເກັດບອນ ຂອງສະຫະລັດ ໄດ້ທະວິດຂໍ້ຄວາມສະໜັບສະໜູນການປະທ້ວງໃນ ຮົງກົງ.


