ຜູ້ບໍລິຫານແມນຢູ ໃຫ້ເຫດຜົນເປັນຫຍັງຍັງສະໜັບສະໜູນ ໂຊລຊາ

ເດລີ ເມລ ສື່ຂອງອັງກິດລາຍງານວ່າ: ບັນດາຜູ້ບໍລິຫານຂອງ ແມນເຊັສເຕີ ຢູໄນເຕັດ ຍັງສະໜັບສະໜູນ ໂອເລ່ ກຸນນາ ໂຊລຊາ ແລະ ຈະບໍ່ຟ້າວປົດລາວແນ່ນອນ ໂດຍພວກເຂົາຍັງຢຶດໝັ້ນຢູ່ກັບແຜນການບູລະນະທີມໃນໄລຍະຍາວ ແລະ ເບິ່ງວ່າໄລຍະຜ່ານມາ ໂຊລຊາ ຍັງບໍ່ເຄີຍໄດ້ໂອກາດໃຊ້ທີມຊຸດດີທີ່ສຸດແບບຕໍ່ເນື່ອງ.
ຄະນະຜູ້ບໍລິຫານຂອງ ແມນເຊັສເຕີ ຢູໄນເຕັດ ສະໂມສອນດັງຂອງ ພຣີເມຍລີກ ອັງກິດ ຍັງສະໜັບສະໜູນໃຫ້ ໂອເລ່ ກຸນນາ ໂຊລຊາ ໄດ້ເປັນຜູ້ຈັດການທີມຂອງພວກເຂົາຕໍ່ໄປ ເຖິງວ່າພວກເຂົາຈະເລີ່ມລະດູການບໍ່ດີໃນຮອບ 30 ປີກໍຕາມ. ຈາກການລາຍງານຂອງ ເດລີ ເມລ ສື່ຊັ້ນນຳຂອງອັງກິດ.
ແມນເຊັສເຕີ ຢູໄນເຕັດ ພາຍໃຕ້ການຄຸມທີມຂອງ ໂຊລຊາ ມີຜົນງານທີ່ໜ້າຜິດຫວັງນັບແຕ່ທ້າຍລະດູການກ່ອນແລ້ວເຊັ່ນ: ການຊະນະໃນລີກພຽງ 3 ເກມຈາກ 10 ນັດສຸດທ້າຍຂອງລະດູການ 2018-19 ແລະ ຕົ້ນລະດູການນີ້ທີມຂອງລາວຍັງໂຊຟອມໄດ້ບໍ່ຄ່ອຍດີ ໂດຍການເສຍ ນິວຄາສເຊິລ ຢູໄນເຕັດ 0-1 ໃນນັດຫລ້າສຸດ ເຮັດໃຫ້ພວກເຂົາຫາກໍເກັບໄດ້ພຽງ 9 ຄະແນນຈາກການລົງຫລິ້ນໃນລີກ 8 ນັດ ແລະ ຢູ່ເໜືອເຂດຕົກຊັ້ນພຽງ 2 ຄະແນນ.
ເລື່ອງດັ່ງກ່າວເລີ່ມເຮັດໃຫ້ມີຂ່າວລືອອກມາເລື້ອຍໆວ່າ: ໂຊລຊາ ອາດຈະຖືກປົດອອກຈາກຕຳແໜ່ງ ເຖິງວ່າຈະຫາກໍເຊັນສັນຍາແບບຖາວອນກັບທີມປະມານ 3 ປີ ໃນເດືອນມີນາຜ່ານມາ. ເຖິງຢ່າງໃດກໍຕາມ ຫລ້າສຸດແຫຼ່ງຂ່າວທີ່ອ້າງວ່າເປັນຄົນພາຍໃນຂອງ ແມນເຊັສເຕີ ຢູໄນເຕັດ ບອກກັບ ເດລີ ເມລ ວ່າ: ຕະກູນ ເກລເຊີ, ເອັດ ວູດເວີດ ຮອງປະທານບໍລິຫານຂອງທີມ ແລະ ບັນດາຜູ້ບໍລິຫານ ຍັງສະໜັບສະໜູນ ໂຊລຊາ ຢ່າງເຕັມສ່ວນ ເພາະພວກເຂົາຢຶດໝັ້ນໃນແຜນການປັບປຸງທີມໃນໄລຍະຍາວ ແລະ ເຂົ້າໃຈດີວ່າການທີ່ແຜນງານແບບນັ້ນຈະປະສົບຜົນສຳເລັດໄດ້ຕ້ອງໃຊ້ເວລາ ລວມທັງໃຫ້ການສະໜັບສະໜູນ ໂຊລຊາ ແບບເຕັມສ່ວນ.
ແຫລ່ງຂ່າວບ່ອນເກົ່າຍັງກ່າວອີກວ່າ: ໄລຍະຜ່ານມາ ໂຊລຊາ ໂຊກຮ້າຍນຳອີກ ຈາກການທີ່ນັກເຕະໃນທີມຊຸດໃຫຍ່ຫລາຍຄົນມີອາການບາດເຈັບເຊັ່ນ: ປອລ ປ໊ອກບາ, ອ໊ອງໂຕນີ່ ມາກຊິຢາລ, ອາຣອນ ວານ-ບິສຊາກ້າ, ວິກຕໍ ລິນເດິເລິບ, ເອຣິກ ໄບຍີ່, ເຈສຊີ ລິນກາດ ແລະ ຟິລ ໂຈນ ເປັນຕົ້ນ ຈົນເຮັດໃຫ້ຜູ້ຈັດການທີມຊາວນໍເວຍັງບໍ່ເຄີຍໄດ້ໃຊ້ທີມຊຸດດີທີ່ສຸດຢ່າງຕໍ່ເນື່ອງເຕັມສ່ວນ.

