ລາວສະຫລອງວັນຄູແຫ່ງຊາດຄົບຮອບ 25 ປີດ້ວຍບັນຍາກາດຟົດຟື້ນ.

ພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 25 ປີ (7 ຕຸລາ 1994-7 ຕຸລາ 2019) ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີລັດຖະມົນຕີ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະທິການບໍດີຈາກມະຫາວິທະຍາໄລຕ່າງໆ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ກ່າວວ່າ: ນັບແຕ່ປີ 1994 ເປັນຕົ້ນມາ, ເມື່ອຮອດວັນທີ 7 ຕຸລາຂອງທຸກປີ, ທົ່ວປະເທດເຮົາໄດ້ຈັດຕັ້ງສະເຫລີມສະຫລອງວັນຄູແຫ່ງຊາດ, ເພື່ອປຸກລະດົມໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີຂອງຄູ-ອາຈານໃຫ້ສູງຂຶ້ນ ແລະ ເປັນການໂຄສະນາເຜີຍແຜ່ຄຸນງາມຄວາມດີຂອງຄູ-ອາຈານ ໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູ, ພ້ອມທັງສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນນັບທັງອາດິດ ແລະ ປັດຈຸບັນ. ຄູເປັນອາຊີບທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດຕໍ່ການພັດທະນາຊັບພະຍາກອນມະນຸດ, ຄູເປັນຜູ້ສິດສອນຖ່າຍທອດຄວາມຮູ້ ແລະ ສຶກສາອົບຮົມໃຫ້ແກ່ນັກຮຽນ-ນັກສຶກສາ, ເປັນນັກພັດທະນາກອນ, ເປັນເສນາທິການໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ, ເປັນຜູ້ນຳເອົານະໂຍບາຍ ແລະ ນະວັດຕະກຳໃໝ່ໆລົງສູ່ຊຸມຊົນ ແລະ ອື່ນໆ ດັ່ງຄໍາເວົ້າທີ່ວ່າ: “ສ້າງຄູ ເພື່ອສ້າງຄົນ ແລະ ສ້າງຄົນເພື່ອສ້າງຊາດ”.


ຕະຫລອດໄລຍະຜ່ານມາ, ພະນັກງານຄູອາຈານທັງຫລາຍໄດ້ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ການສຶກສາໃນລາວ. ມາຮອດປັດຈຸບັນ ສາມາດຂະຫຍາຍໂຮງຮຽນລ້ຽງເດັກ ແລະ ອະນຸບານ ໃນທົ່ວປະເທດຈຳນວນ 3.432 ແຫ່ງ, ມີຄູ 7.955 ຄົນ ແລະ ມີນັກຮຽນ 240.380 ກວ່າຄົນ,
ໂຮງຮຽນປະຖົມມີ 8.854 ແຫ່ງ, ມີຄູ 33.533 ຄົນ ແລະ ມີນັກຮຽນ
770.650 ກວ່າຄົນ, ໂຮງຮຽນມັດທະຍົມມີ 1.792 ແຫ່ງ, ມີຄູ-ອາຈານ 32.334 ຄົນ ແລະ ມີນັກຮຽນ 659.850 ກວ່າຄົນ. ນອກນັ້ນ,
ຍັງໄດ້ສະໜອງການສຶກສາໃຫ້ແກ່ຜູ້ດ້ອຍໂອກາດເຂົ້າເຖີງໂຮງຮຽນເປັນຕົ້ນແມ່ນບໍາລຸງຈົບຊັ້ນມໍຕົ້ນໄດ້
133 ເມືອງໃນ 148 ເມືອງທົ່ວປະເທດ,
ສົ່ງເສີມລະບົບອະຊີວະສຶກສາ ແລະ ອົບຮົມວິຊາຊີບ, ໂດຍມີໂຮງຮຽນອະຊີວະທັງພາກລັດ ແລະ ເອກະຊົນ 111 ແຫ່ງ,
ມີມະຫາວິທະຍາໄລ 4 ແຫ່ງ, ມີນັກສຶກສາ 1,14 ແສນຄົນ, ມີໂຮງຮຽນສົງ 55 ແຫ່ງ,
ມີບຸກຄະລາກອນ 908 ອົງ ແລະ ມີຜູ້ເຂົ້າຮຽນທັງໝົດ 13.816 ຄົນ. ປັດຈຸບັນ, ທົ່ວປະເທດມີພະນັກງານໃນຂະແໜງການສຶກສາຈໍານວນ 85.810 ກວ່າຄົນ (ຍິງ 44.455 ຄົນ) ໃນນັ້ນ, ລັດຖະກອນຄູ 76.528 ຄົນ (ຍິງ 40.951 ຄົນ) ແລະ ລັດຖະກອນບໍລິຫານ 9.284 ຄົນ (ຍິງ 3.504 ຄົນ) ແລະ ເພື່ອພັດທະນາຂະແໜງການສຶກສາໃຫ້ໄດ້ຮັບຄຸນນະພາບກວ່າເກົ່າ, ຈະຕ້ອງປັບປຸງສັບຊ້ອນ ແລະ ຈັດສັນຄູຄືນໃໝ່ໃນເຂດຫ່າງໄກສອກຫລີກ,
ເນັ້ນໃສ່ການກໍ່ສ້າງຄູໃນວິຊາທີ່ຂາດເຂີນ,
ປັບປຸງມາດຕາຂອງດຳລັດວ່າດ້ວຍລັດຖະກອນຄູ ແລະ ປັບປຸງນິຕິກຳອື່ນໆທີ່ກ່ຽວຂ້ອງກັບຄູ.


ໂອກາດນີ້,
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຂະແໜງການສຶກສາຍາດມາໄດ້ໃນໄລຍະຜ່ານມາ ແລະ ຕໍ່ບັນດາຄູອາຈານທີ່ເສຍສະຫລະເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການວຽກສິດສອນນັກຮຽນ-ນັກສຶກສາໃນຜ່ານມາ, ພ້ອມທັງໂອ້ລົມ ຊີ້ນໍາໃຫ້ພະນັກງານ, ຄູ-ອາຈານ ສຸມຈິດສຸມໃຈການປະຕິຮູບການສຶກສາໃຫ້ມີຄວາມກ້າວໜ້າ
ແລະ ແທດເໝາະກັບຍຸກສະໄໝ ເປັນຕົ້ນແມ່ນພັດທະນາລະບົບການສຶກສາຂອງລາວໃຫ້ມີມາດຕະຖານທຽບເທົ່າພາກພື້ນ,
ການສ້າງບຸກຄະລາກອນໃຫ້ມີຄວາມດຸ່ນດ່ຽງ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ,
ກະຊວງສຶກສາທິການ ແລະ ກິລາ ຕ້ອງເອົາໃຈໃສ່ຄຸ້ມຄອງ
ແລະ ພັດທະນາການສ້າງໃຫ້ສອດຄ່ອງກັບຕົວຈິງ, ການຂໍທຶນການສຶກສາຕ້ອງມີຈຸດສຸມຊັດເຈນ,
ຈັດສັນທຶນໃຫ້ສອດຄ່ອງ ແລະ ຕ້ອງໃຫ້ໄດ້ຮັບຄຸນນະພາບແທ້ຈິງ. ນອກນັ້ນ, ຄູ-ອາຈານ ຕ້ອງເປັນຜູ້ທີ່ມີຄວາມຮູ້ທີ່ດີ ແລະ ເກັ່ງ, ເພື່ອສາມາດແຂ່ງຂັນກັບປະເທດອື່ນໆໄດ້.


