ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຄື່ອນໄຫວຊຸກຍູ້ວຽກງານເສດຖະກິດຢູ່ແຂວງບໍລິຄຳໄຊ

ແຫລ່ງຂ່າວ ຂປລ ລາຍງານວ່າ: ໃນວັນທີ 4 ຕຸລານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມຢູ່ແຂວງບໍລິຄຳໄຊ, ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະນຳຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບວຽກງານພົ້ນເດັ່ນໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນຕົ້ນປີ 2019 ວ່າ: ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ຄວາມທຸກຍາກຖືກຕີຖອຍລົງເທື່ອລະກ້າວ ແລະ ເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍປີນີ້, ໄດ້ຮັບອະນຸມັດງົບປະມານລົງທຶນທັງໝົດ 59 ຕື້ກວ່າກີບ ເພື່ອຊໍາລະໃຫ້ 321 ໂຄງການ ແລະ ໃນໄລຍະ 9 ເດືອນຜ່ານມາໄດ້ຊໍາລະສໍາເລັດແລ້ວ 208 ໂຄງການ ລວມມີມູນຄ່າ 45 ຕື້ກວ່າກີບ, ອອກອະນຸຍາດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນກິດຈະການຕ່າງໆ ທັງໝົດ 61 ໂຄງການ, ມີມູນຄ່າ 1.345 ຕື້ກີບ. ຄຽງຄູ່ກັນນັ້ນ, ວຽກງານກະສິກໍາ ກໍມີຜົນສຳເລັດຫລາຍດ້ານ ເປັນຕົ້ນ: ເນື້ອທີ່ຜະລິດເຂົ້ານາແຊງປະຕິບັດໄດ້ 1.357 ເຮັກຕາ, ພ້ອມທັງເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງເປັນປົກກະຕິ, ສິນຄ້ານໍາເຂົ້າມີມູນຄ່າ 156 ລ້ານໂດລາສະຫະລັດ ຫລຸດລົງ 31%, ສິນຄ້າຜ່ານແດນປະຕິບັດໄດ້ 4,22 ລ້ານໂດລາສະຫະລັດ ຫລຸດລົງ 65% ແລະ ສະພາບການຂາດດຸນການຄ້າມີ 127,12 ລ້ານໂດລາສະຫະລັດ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ແຂວງບໍລິຄຳໄຊສາມາດຍາດມາໄດ້ໃນຫລາຍດ້ານ. ພ້ອມທັງເນັ້ນໃຫ້ຄະນະພັກ, ຄະນະນຳຂອງແຂວງສືບຕໍ່ເອົາໃຈໃສ່ສືບຕໍ່ຍູ້ແຮງການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫລາຍຂຶ້ນ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ ແລະ ຊຸກຍູ້ການຜະລິດກະສິກຳຕາມທ່າແຮງຂອງທ້ອງຖິ່ນ, ສຸມໃສ່ປະຕິບັດບັນດາຄຳສັ່ງ-ຄຳແນະນຳຂອງລັດຖະບານ ເປັນຕົ້ນແມ່ນ 8 ມາດຕະການຊຸກຍູ້ເສດຖະກິດ, ຄຸ້ມຄອງການລົງທຶນຂອງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ເຂັ້ມງວດ, ປັບປຸງລະບຽບການ ແລະ ກົນໄກການປະສານງານລະບົບປະຕູດຽວ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ວ່ອງໄວ. ຄຽງຄູ່ກັນນັ້ນໃຫ້ສືບຕໍ່ເອົາໃຈໃສ່ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ຍົກສູງຄຸນນະພາບການສຶກສາ, ການບໍລິການດ້ານສາທາລະນະສຸກໃຫ້ມີຄຸນນະພາບ ແລະ ທັນສະໄໝຂຶ້ນກວ່າເກົ່າ, ສືບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການກວ້າງຂວາງ ແລະ ອື່ນໆ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ການນຳແຂວງບໍລິຄຳໄຊ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕ້ານ ແລະ ຄວບຄຸມໄພພິບັດໃຫ້ມີປະສິດທິຜົນ.

