ໄທຄິດຢາກຍ້າຍນະຄອນຫລວງ

ຮຽບຮຽງໂດຍ: ລູກເມືອງພວນ
ນາຍົກລັດຖະມົນຕີຂອງ ໄທປະຢຸດ ຈັນໂອຊາ ພິຈາລະນາ “ນຳຮອຍ” ອິນໂດ ເນເຊຍ, ຍ້າຍນະຄອນຫຼວງ ບາງກອກເຊິ່ງເປັນຕົວ ເມືອງທີ່ແອອັດ ແລະ ນັບມື້ປະເຊີນໜ້າກັບສິ່ງທ້າທາຍຫຼາຍບັນຫາ.
“ຄ້າຍຄືກັນກັບ ຈາກາຕາ ອິນໂດເນເຊຍ, ບາງກອກຖືກປິດລ້ອມດ້ວຍຫຼາຍບັນຫາກະທົບເປັນຕົ້ນ ແມ່ນ: ບັນຫາມົນລະພິດ, ພື້ນທີ່ຕໍ່າ ກວ່າໜ້ານໍ້າທະເລ, ຄົມມະນາຄົມແອອັດຢ່າງຮຸນແຮງ”, ນາຍົກ ປາຢຸດກ່າວໃນກອງປະຊຸມໃນ ວັນທີ 18 ກັນຍາ ຜ່ານມາ. ທ່ານເວົ້າອີກວ່າ: ການຍ້າຍນະຄອນຫຼວງ ໄປທີ່ໃໝ່ ອາດຈະຊ່ວຍໃຫ້ບາງກອກ ພົ້ນອອກຈາກຄວາມທ້າ ທາຍຫຼາຍປະການໃນອະນາຄົດ.
“ກ່ອນອື່ນໝົດຕ້ອງ ຊອກສະຖານທີ່ນະຄອນ ຫຼວງແຫ່ງໃໝ່ ແຕ່ບໍ່ໄກປານໃດ ແລະ ບໍ່ສິ້ນເປືອງໃນ ການຍົກຍ້າຍ. ການຍ້າຍນະ ຄອນຫຼວງບາງກອກ ກໍເພື່ອ ຫຼຸດຜ່ອນການແອອັດ” ທ່ານນາຍົກຢໍ້າຕື່ມ.
ທ່ານ ປາຢຸດ ອະທິບາຍ ວ່າ: ການຍົກຍ້າຍບັນດາ ສຳນັກງານອົງການຂອງ ລັດຖະບານອອກໄປບ່ອນ ໃໝ່ ອາດຈະຊ່ວຍການຫຼຸດ ຜ່ອນການແອອັດຄົມມະນາ ຄົມ. ທ່ານເຕືອນວ່າ: ການ ຍົກຍ້າຍຕ້ອງຄົ້ນຄວ້າໃຫ້ ລະອຽດເພື່ອບໍ່ໃຫ້ກະທົບຕໍ່ ສັງຄົມ ແລະ ເສດຖະກິດ ເຊິ່ງການຍົກຍ້າຍອາດຈະ ເກີດຂຶ້ນໄດ້ໃນລັດຖະບານຊຸດນີ້.
ເຊິ່ງກ່ອນໜ້ານີ້, ນາຍົກ ທັກສິນ ຊິນນະວັດ ກໍເຄີຍຕັ້ງບັນຫານີ້ມາກ່ອນແລ້ວ ເຊິ່ງຫ່າງຈາກກຸງເທບປັດ ຈຸບັນອອກໄປ 100 ກມ, ນັ້ນໝາຍເຖິງແຂວງ ຊະເຊີງເຊົາ ເປັນເຂດອູ່ເຂົ້າອູ່ປາໄປທາງທິດຕາເວັນ ອອກຂອງບາງກອກແຕ່ກໍ ຖືກກະແສຕໍ່ຕ້ານຢ່າງໜັກ ແລະ ສົງໄສມີຂໍ້ແອບ ແຝງໃດໜຶ່ງ.


