ລາວຫາລືການຕິດຕາມລະດັບປອ່ຍອາຍພິດເຮືອນແກ້ວ

ເມື່ອທ້າຍອາທິດຜ່ານມານີ້, ກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້, ໄດ້ຈັດກອງປະຊຸມວິຊາການດ້ານລະດັບການປ່ອຍອາຍພິດເຮືອນແກ້ວ, ເພື່ອຕີລາຄາຜົນການຕິດຕາມກວດກາ, ລາຍງານ ແລະ ພິສູດຢັ້ງຢືນລະດັບການປ່ອຍທາດດັ່ງກ່າວ, ເພື່ອຊອກໃຫ້ເຫັນສາເຫດ, ການປ່ຽນແປງຂອງສະພາບປ່າໄມ້, ປ່າເຫລົ່າ, ການຈັດແບ່ງຊັ້ນກາກບອນປ່າໄມ້ ແລະ ວຽກງານອື່ນໆ. ໂດຍນໍາໃຊ້ພາບຖ່າຍຈາກດາວທຽມໃນການສ້າງແຜນທີ່ຈັດປະເພດປ່າໄມ້ຕ່າງໆ ເພື່ອສົມທຽບການປ່ຽນແປງໃນແຕ່ລະໄລຍະ ແລະ ຄິດໄລ່ປະລິມານກາກບອນ, ຊຶ່ງຜົນສໍາຫລວດສະແດງໃຫ້ເຫັນວ່າອາຍຸຂອງປ່າເຫລົ່າທີ່ຖືກປະເຮື້ອກ່ອນຈະກາຍມາເປັນປ່າປະສົມຕ້ອງໃຊ້ເວລາຢ່າງໜ້ອຍ 7 ປີຂຶ້ນໄປ, ນອກຈາກນີ້ຍັງພົບວ່າສະພາບການຟື້ນຟູປ່າແມ່ນມີອັດຕາສ່ວນທີ່ໜ້ອຍຫລາຍເມື່ອທຽບກັບການທໍາລາຍປ່າໄມ້, ເຊິ່ງເກີດຈາກປ່າທໍາມະຊາດຖືກຫັນປ່ຽນໄປເປັນເຂດຜະລິດກະສິກໍາ, ປູກພືດອຸດສະຫະກໍາຢ່າງກວ້າງຂວາງ, ໂດຍສະເພາະແມ່ນຢູ່ບັນດາແຂວງພາກເໜືອ. ແຕ່ສະພາບໂດຍລວມເຫັນວ່າການປ່ອຍອາຍກາກບອນຢູ່ປະເທດເຮົາຍັງຢູ່ໃນລະດັບຕໍ່າເມື່ອທຽບກັບບັນດາປະເທດໃກ້ຄຽງ.
ການປະຊຸມດັ່ງກ່າວໄດ້ມີຜູ້ຕ່າງໜ້າຈາກກອງສໍາຫລວດ ແລະ ວາງແຜນປ່າໄມ້, ກອງສໍາຫລວດປ່າປ້ອງກັນ ແລະ ປ່າສະຫງວນ, ສູນຂໍ້ມູນຂ່າວສານ, ສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາກະຊວງກະສິກໍາ, ກອງສໍາຫລວດຫລຸດຜ່ອນອາຍພິດເຮືອນແກ້ວກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການໄຈກາປະເທດຍີ່ປຸ່ນ.

