ຢູນີເທວ (UNITEL) ການບໍລິການທີ່ຫຼາກຫຼາຍ

ຕະຫຼອດໄລຍະເວລາ 10 ປີ ແຫ່ງການພັດທະນາເຄືອຂ່າຍຢູນີເທວເພື່ອຕອບສະໜອງການບໍລິການ ໄດ້ຢ່າງຫຼາກຫຼາຍ ທັງສະດວກສະບາຍ, ເໝາະສົມ ໃຫ້ແກ່ລູກຄ້າ ແລະ ໜ້າສົນໃຈກັບການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ຮັບປະກັນຄຸນນະພາບເຊັ່ນ:
ການບໍລິການທາງດ້ານມືຖື ເປັນລະບົບສົ່ງສັນຍານຜ່ານເຄື່ອຂ່າຍທີ່ກວ້າງຂວາງ ທີ່ສຸດ ກວມເຖິງ 95% ຂອງຈໍານວນພົນລະເມືອງລາວໃນນັ້ນລວມມີລະບົບ 2G/3G/4G/4.5Gດ້ວຍຄວາມໄວສູງສຸດໃນການເຊື່ອມຕໍ່ອິນເຕີເນັດຜ່ານມືຖືຢ່າງມີຄຸນນະພາບ ລູກຄ້າສາມາດນໍາໃຊ້ໄດ້ໃນຂອບເຂດ 18 ແຂວງທົ່ວປະເທດ ເຮັດໃຫ້ປະຊາຊົນສື່ສານ, ຮຽນຮູ້ຜ່ານສືອອນລາຍ ແລະ ສາມາດຊື້ຂາຍແລກປ່ຽນໄດ້ຫຼາຍຂຶ້ນ, ນອກນີ້ຍັງສາມາດຊ່ວຍເປັນບ່ອນຄົ້ນຄວ້າຊອກຫາຄວາມຮູ້ຕ່າງໆ ເພື່ອມາພັດທະນາສີມືແຮງງານຂອງຕົນ ຜ່ານການເຊື່ອມຕໍ່ອິນເຕີເນັດ.
ພ້ອມດຽວກັນນີ້ຢູນີເທວຍັງສະໜອງບໍລິການທີ່ຊ່ວຍໃຫ້ລູກຄ້າປະຢັດຄ່າໃຊ້ຈ່າຍ ໂດຍເນັ້ນໃສ່ຫຼຸດຜ່ອນການເສຍຄ່າບໍລິການຕ່າງໆໄດ້ຫຼາຍ ເຊັ່ນ:
ແອັັບມ່ວນຫຼາຍ(app Muanlai) ແມ່ນແອັບບໍລິການເບິ່ງໂທລະພາບທາງມືຖືທີ່ຊ່ວຍໃຫ້ລູກຄ້າສາມາດເບິ່ງໂທລະພາບ,
ຟັງວິທະຍຸອອນລາຍ, ເບິ່ງຄລິບໃໝ່ໆທີ່ຄຸ້ມຄ່າ ແລະ ສຸດປະຢັດດາຕ້າ ໂດຍການສະໝັກຄ່າບໍລິການພຽງແຕ່
3.000 ກີບ/7 ວັນ.

ແອັບສໍາລັບເບິ່ງໜັງ(PlayHD)
ໂດຍບໍ່ເສຍຄ່າດາຕ້າສາມາດເລືອກເບິ່ງໜັງໃໝ່ໆໄດ້ຫຼາຍໆປະເພດ ຄ່າບໍລິການມີພຽງ 1.000 ກີບ/2
ວັນ.

ແອັບໂມຈາ(Mocha)ໂມບາຍແຊັດ ອອກແບບໃຫ້ລູກຄ້າໃຊ້ສົ່ງຂໍ້ຄວາມ, ຮູບພາບ, ໂທວີດີໂອ..ໂດຍຜ່ານໂມຈາແມ່ນບໍ່ເສຍຄ່າດາຕ້າໃດໆ
ແລະ ຢູນີເທວຍັງໄດ້ຮັບການຮ່ວມມືກັບບໍລິສັດເຟສບຸກທີ່ສະໜອງບໍລິການໃຫ້ແກ່ລູກຄ້າໃຊ້ເຟສບຸກໄດ້ປົກກະຕິໃນເວລາໝົດດາຕ້າ
ໂດຍການເລືອກ ໂມດຟຣີ (Free mode) ແລະ
ສາມາດສົ່ງຂໍ້ຄວາມໄດ້ນໍາອີກ ພຽງແຕ່ບໍ່ສາມາດເບິ່ງຮູບພາບ ຫຼື ວີດີໂອ ເທົ່ານັ້ນ, ນອກນີ້ທ່ານຍັງສາມາດເລືອກໃຊ້ການບໍລິການອື່ນໆອີກທີ່ນິຍົມນໍາໃຊ້ຫຼາຍເຖິງປັດຈຸບັນ.

ບໍລິການ ໂທຂ້າມແດນລະຫວ່າງປະເທດ ຢູນີເມວໄດ້ສ້າງນະໂຍບາຍດ້ານລາຄາທີ່ເນັ້ນໃສ່ບັນດາປະເທດອາຊຽນ
ເຊິ່ງອັດຕາການນໍາໃຊ້ຢູ່ຕ່າງປະເທດ ແມ່ນເທົ່າກັບການນໍາໃຊ້ພາຍໃນປະເທດ ເຊັ່ນ: Roaming ໃນ 3 ປະເທດອິນດູຈີນລາວ-ຫວຽດນາມ-ກໍາປູເຈຍມີຄວາມສະດວກ ໃນການຕິດຕໍ່ສື່ສານຫາກັນ ຄ່າໂທພຽງແຕ່
1.200 ກີບ/ນາທີ, Roaming ໃຊ້ຢູ່ປະເທດໄທ ແມ່ນສາມາດເລືອກແພັກເກັດ
ດາຕ້ານໍາໃຊ້ເຊື່ອມຕໍ່ໃຊ້ອິນເຕີເນັດແບບບໍ່ເສຍຄ່າມີແພັກເກດແບບ 1 ວັນ ແລະ 3 ວັນ, ລູກຄ້າສາມາດໃຊ້ບໍລິການ Roaming ຫຼາຍກ່ວາ 300ເຄືອຂ່າຍທົ່ວໂລກ.

ຢູນີເທວບໍ່ພຽງແຕ່ສະໜອງຫຼາກຫຼາຍບໍລິການດ້ານການສື່ສານເທົ່ານັ້ນ, ແຕ່ຍັງໄດ້ສະໜອງບັນດາການບໍລິການ ດ້ານເຕັກໂນໂລຊີທີ່ກ້າວໜ້າອື່ນໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງການເຕັກໂນໂລຊີຂໍ້ມູນຂ່າວສານໃນລາວ ໂດຍທຽບເທົ່າກັບທ້ອງຕະຫຼາດອື່ນໆໃນເຂດພາກພື້ນ.
ປັດຈຸບັນ, ຢູນີເທວ ໄດ້ນຳເອົາຜະລິດຕະພັນດ້ານລະບົບເຕັກໂນໂລຊີທີ່ທັນສະໄໝທີ່ສຸດເຊິ່ງ ເໝາະສົມກາັບການນຳໃຊ້ເຂົ້າໃນວຽກງານຕົວຈິງ ເຊັ່ນ: ຂົງເຂດຜະລິດຕະພັນ ເອເລັກໂຕຣນິກ: ລວມມີລະບົບບໍລິຫານງານແບບ ເອເລັກໂຕຣນິກ (Intelligent Control Center), ດ້ານວຽກງານສາທາລະນະສຸກ, ຂົງເຂດວິສາຫະກິດ: ການປະຕິບັດງານ ດ້ານການຮັກສາຄວາມປອດໄພ-SOC, ລະບົບຫ້ອງການເອເລັກໂຕຣນິກ-Voffice. ຂົງເຂດຜະລິດຕະພັນສຳລັບບຸກຄົນ: ເທັກໂນໂລຢີ Chatbot, ລະບົບການຮຽນແບບອອນລາຍ Elearning-Viettel Study ແລະ ອື່ນໆ.
ຢູນີເທວ ແມ່ນເຄືອຂ່າຍທຳອິດໃນລາວທີ່ໄດ້ໃສະໜອງບໍລິການ u-money ເຊິ່ງເປັນບໍລິການທາງການເງິນຮູບແບບໃໝ່ຂອງ ບໍລິສັດ ສະຕາ ຟິນເທັກ, ທີ່ເປັນບໍລິສັດລູກຂອງ ບໍລິສັດ ສະຕາ ໂທລະຄົມທີ່ຮັບ-ໂອນເງິນຜ່ານມືຖື ແລະ ຊຳລະຄ່າບໍລິການຂອງ unitel ໂດຍບໍ່ໃຊ້ອິນເຕີເນັດ ແລະ ຍັງສາມາດໃຊ້ໄດ້ກັບໂທລະສັບທຸກລຸ້ນ ຍົກເວັ້ນໂທລະສັບຕັ້ງໂຕະແບບມີສາຍ, ເຊິ່ງລູກຄ້າສາມາດ ຮັບ-ໂອນເງິນ ໄດ້ທຸກທີ່, ທຸກເວລາທີ່ມີສັນຍານເຄືອຂ່າຍຢູ່ນີເທວ ສຸດທີ່ຈະສະດວກ, ປອດໄພ, ໃຊ້ໄດ້ທຸກແຫ່ງໃນທົ່ວປະເທດ
ອີກ 10 ປີ ຕໍ່ໜ້ານີ້ ຢູ່ນີເທວຈະສືບຕໍ່ຮັກສາເປົ້າໝາຍ ໃຫ້ກາຍເປັນເຄືອຂ່າຍເຕັກໂນໂລຊີ, ທີ່ນຳໜ້າຂອງການບໍລິການດ້ານໂທລະຄົມມະນາຄົມ. ນອກຈາກບັນດາການບໍລິການຕ່າງໆທາງການໂທລະຄົມພື້ນຖານແລ້ວ, ຍັງຊຸກຍູ້ການຄົ້ນຄ້ວາ ແລະ ໝູນໃຊ້ລະບົບເຕັກໂນໂລຊີເພື່ອຍົກສູງຄຸນນະພາບຊີວິດ ໂດຍການນຳເອົາລະບົບເຕັກໂນໂລຊີເຂົ້າໃນຂະແໜງການເອເລັກໂຕຣນິກ, ສາທາລະນະສຸກ, ອຸດສະຫະກຳທັນສະໄໝ, ພັດທະນາການບໍລິການທີ່ທັນສະໄໝ,ປະຢັດ, ສະດວກສະບາຍ, ຮັບໃຊ້ໃຫ້ແກ່ປະຊາຊົນ, ສືບຕໍ່ປະກອບສ່ວນຊ່ວຍເຫລືອສັງຄົມ ກໍຄືປະເທດຊາດໃຫ້ນັບມື້ຈະເລີນກ້າວໜ້າ, ນຳເອົາຊີວິດທີ່ສົດໃສມາສູ່ປະຊາຊົນລາວ.

