ເຈົ້າໜ້າທີ່ ອີຣານ ຂູ່ຈະຈັບກຸມ ທຣຳ

ຮຽບຮຽງໂດຍ: ລູກເມືອງພວນ
ຜູ້ບັນຊາການທະຫານປະຕິວັດ ມຸດສະລີມ ອີຣານ ບອກວ່າ: ເຕເຮຣານ ຈະ “ຈັບຕົວ” ປະທານາທິບໍດີສະຫະລັດອາເມລິກາ ແລະ ຈະສົ່ງຂຶ້ນສານ ຂອງ ອີຣານ ແລະ ສານຕ່າງປະເທດຕື່ມອີກ.
“ ສານສາກົນຈະໄຂປະຕູ, ທຣຳ ຈະຕ້ອງໄດ້ຂຶ້ນໃຫ້ຄວາມຕໍ່ສານ ບໍ່ສະເພາະແຕ່ເລື່ອງທີ່ເຂົາໄດ້ກະທຳຕໍ່ປະຊາຊົນຂອງ ອີຣານ ແຕ່ຫາກຍັງມີຄວາມຜິດຕ້ານ ປະຊາຊາດອື່ນໆ ອີກ ” Mohsen Rezaei ອະດີດຜູ້ບັນຊາການກຳລັງປ້ອງກັນປະຕິວັດ ມຸດສະລີມ ອີຣານ (IRGC) ປັດຈຸບັນເປັນ ເລຂາ ສະພາ ຜູ້ຊ່ຽວຊານໃຫ້ການນຳຂັ້ນສູງຂອງ Ayatollah Ali Khamenei ໃຫ້ສຳພາດຕໍ່ໂທລະພາບໃນວັນທີ 28 ກັນຍາຜ່ານມາ.
ການໃຫ້ສຳພາດໃນອາທິດຜ່ານມາ Rezaei ໄດ້ເຢາະເຢີ້ຍສະຫະລັດອາເມລິກາ ທີ່ບໍ່ສາມາດສະກັດກັ້ນການໂຈມຕີເຮືອບິນບໍ່ມີຄົນຂັບວ່າ: ວໍຊິງຕັນບໍ່ມີຄວາມສາມາດພຽງພໍທີ່ຈະປ້ອງກັນພັນທະມິດ ອາຣັບຊາອຸດີ ໄດ້. “ ໃນເມື່ອພວກເຂົາບໍ່ສາມາດທີ່ຈະປ້ອງກັນໂຕເອງໄດ້, ແລ້ວພວກເຂົາຈະປ້ອງກັນ ອາຣັບຊາອຸດີໄດ້ແນວໃດ ? ” Rezaei ກ່າວ.
ຄວາມເຄັ່ງຕຶງລະຫ່ວາງ ອີຣານ ແລະ ສະຫະລັດອາເມລິກາມີຢູ່ແລ້ວຍິ່ງເພີ່ມທະວີຂຶ້ນ, ເມື່ອສະຫະລັດອາເມລິກາ ແລະ ອາຣັບຊາອຸດີກ່າວຫາ ອີຣານເປັນຜູ້ຢູ່ເບື້ອງຫຼັງຂອງການໂຈມຕີ ໂຮງກັ່ນນໍ້າມັນສອງແຫ່ງຂອງ ອາຣັບຊາອຸດີໃນເດືອນກັນຍານີ້.
Rezaei ກ່າວວ່າ: “ ທຣຳ ໄດ້ໃຊ້ໃບໄພ້ທຸກໃບແລ້ວ, ຍິງລູກປືນຈົນໝົດ, ບັດນີ້ ເຂົາກຳລັງຢືນຢູ່ຕໍ່ໜ້າພວກເຮົາ ແຕ່ບໍ່ມີອາວຸດໃດໆ. ໃນອະນາຄົດ ບັນຫາດັ່ງກ່າວຍິ່ງຈະສຸດສ້ວຍລົງໄປເລື້ອຍໆ ”
ປະທານາທິບໍດີ ອີຣານ Hassan Rouhani ວັນທີ 27 ກັນຍາຜ່ານມາ ປະກາດວ່າ: ສະຫະລັດອາເມລິກາ ໄດ້ສະເໜີມາວ່າຈະຍົກເລີກການລົງໂທດ ທັງໝົດຕໍ່ ອີຣານ ເພື່ອແລກເອົາການເຈລະຈາເລື່ອງອາວຸດນິວເຄຣຍ, ຖ້າ ອີຣານ ເຫັນດີ. ແຕ່ໄດ້ຮັບຄຳປະຕິເສດ ທັນທີ./.


