ຊ່ວຍເຫລືອກັນຍາມມີໄພໄດ້ກຸສົນ

ໂດຍ: ທິດກ່ຳ
ໃນຊ່ວງໄລຍະເກີດອຸທົກກະໄພນ້ຳຖ້ວມ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ທີ່ ຜ່ານມານີ້, ເຫັນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈ້ອນຂາໂສ້ງຍ່າງລຸຍນ້ຳ, ທັງຂີ່ເຮືອເລາະລຽບເບິ່ງສະພາບນ້ຳຖ້ວມໃນບາງເຂດ, ບາງບ້ານ ແລະ ບາງເມືອງທີ່ຖືກຜົນກະທົບຈາກອຸທົກກະໄພໃນຫລາຍພື້ນທີ່.
ນອກນັ້ນ, ຍັງເຫັນທ່ານຮອງນາຍົກ ສອນໄຊ ສີພັນດອນ, ບັນດາທ່ານການນຳຜູ້ອື່ນໆ, ຕະຫລອດທ່ານເຈົ້າແຂວງ, ເຈົ້າເມືອງພາກັນລົງພື້ນທີ່ຢ່າງເປັນຂະບວນຕັ້ງໜ້າ. ຖ້າເວົ້າ ເຖິງບັ້ນຮົບໃນການກູ້ໄພນຳເອົາປະຊາຊົນຜູ້ທີ່ຖືກຜົນກະທົບໃນຄັ້ງນີ້ກໍນັບແຕ່ພະສົງອົງຄະເຈົ້າ, ທັງບຸກຄົນ, ນິຕິບຸກຄົນ, ບໍລິສັດຫ້າງຮ້ານ, ການຈັດຕັ້ງສັງຄົມ, ສະຖານທູດ, ເພື່ອນມິດທີ່ຢູ່ໄກ້ ແລະ ໄກໄດ້ໃຫ້ການຊ່ວຍເຫລືອທັງປັດໄຈເຫື່ອແຮງດ້ວຍຄວາມຈົດຈໍ່ຈິງໃຈໂດຍບໍ່ມີອັນໃດມາແອບແຝງ.
ອັນພິເສດສຸດ, ທິດກ່ຳຂໍຊົມເຊີຍໃຫ້ທະຫານກອງທັບປະຊາຊົນລາວ ແລະ ໜ່ວຍກູ້ໄພແຕ່ລະເຂດແຂວງທີ່ໄດ້ຜ່ານຜ່າວິກິດມະຫັນຕະໄພໃນຄັ້ງນີ້ອັນເປັນປະຫວັດການຄັ້ງໃຫຍ່ຂອງຊາດລາວ, ຄົນລາວທີ່ບໍ່ທັນເຄີຍເຫັນ ແລະ ບໍ່ທັນເຄີຍມີເກືອບທົດສະວັດ ຖືໄດ້ວ່າສະພາບນ້ຳຖ້ວມ 6 ແຂວງພາກກາງ ແລະ ພາກໃຕ້ໃນປີ 2019 ນີ້ເປັນເຫດການຮຸນແຮງ ແລະ ມີຄວາມເສຍຫາຍຢ່າງໜັກໜ່ວງສົມຄວນຕໍ່ເສດຖະກິດ-ສັງຄົມຂອງປະເທດ.
ແນວໃດກໍຕາມ, ພາບແຫ່ງນ້ຳໃຈທີ່ໄດ້ເຫັນຕົວຈິງໃນບັ້ນຮົບຕ້ານກັບໄພທຳມະຊາດນ້ຳ ຖ້ວມຄັ້ງນີ້ພວກເຮົາຍິ່ງເຫັນຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາຂອງຄົນລາວພາຍໃນຊາດ ແລະ ນ້ຳໃຈຂອງເພື່ອນມິດທີ່ຢູ່ໃກ້ ແລະ ຢູ່ໄກ ແລະ ຖືໄດ້ວ່າຊ່ວຍເຫລືອຄັ້ງນີ້ເປັນການທຳບຸນດ້ວຍຄວາມບໍລິສຸດຜຸດຜ່ອງອີກຢ່າງໜຶ່ງ, ຕໍ່ຜູ້ທີ່ໄດ້ປະເຊີນ ໜ້າກູ້ໄພໂດຍກົງກໍແມ່ນໄດ້ເສຍສະຫລະເຫື່ອແຮງທັງຈິດໃຈ, ກະທັ້ງຊີວິດກໍຕ້ອງໄດ້ສູ້ ຕາຍເພື່ອກອບກູ້ເອົາປະຊາຊົນທີ່ຖືກຜົນກະທົບໃຫ້ມີຄວາມປອດໄພສູງສຸດ, ໃນຫລັກສິນທຳໄດ້ກ່າວວ່າ ການຊ່ວຍເຫລືອກັນໃນຍາມອັດຕະຄັດຂັດສົນແບບນີ້ແມ່ນໄດ້ບຸນກຸສົນມະຫາກັບ.
ດັ່ງທີ່ຮູ້ກັນແລ້ວວ່າ, ທຸກປະເທດໃນໂລກຍ່ອມໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດທີ່ແຕກຕ່າງກັນສຸດແລ້ວແຕ່ເງື່ອນໄຂ ແລະ ສະພາບແວດລ້ອມ. ບາງປະເທດກໍຖືກແຜ່ນດິນໄຫວ, ແຜນດິນຍະ, ບາງປະເທດກໍຖືກລົມພາຍຸໃຕ້ຝຸ່ນ, ອາກາດຮ້ອນໂພດ, ໜາວໂພດ ແລະ ຍິ່ງໄປກວ່ານັ້ນກໍຖືກຄື້ນສືນາມິລ້າງຜານຕາຍເປັນໝື່ນເປັນແສນ.
ແຕ່ສຳລັບປະເທດເຮົາທີ່ບໍ່ມີທະເລຫລືມະຫາສະໝຸດກໍມີໄພທາງອື່ນມາຂົ່ມຂູ່ດັ່ງພວກເຮົາໄດ້ເຫັນຄືສູ່ມື້ນີ້. ເມື່ອຕັ້ງໂຈດກັນວ່າເປັນຫຍັງ ຈຶ່ງຕົກຢູ່ໃນສະພາບແບບນີ້? ຄຳຕອບກໍມີຢູ່ວ່າຍ້ອນໜ່ວຍ ໂລກມີການປ່ຽນແປງ ແລະ ກຸດຫ້ຽນໄປຕາມການເວລາ.
ໃນເມື່ອໜ່ວຍໂລກມີການປ່ຽນແປງທຳມະຊາດ ແລະ ສິ່ງແວດລ້ອມນັບທັງສັງຄົມຂອງ ມະນຸດເຮົາກໍມີການປ່ຽນແປງໄປຕາມໆກັນ.
ສາເຫດຕົ້ນຕໍທີ່ເຮັດໃຫ້ມີການປ່ຽນແປງນັ້ນກໍແມ່ນຍ້ອນການພັດທະນາມາເປັນທີ່ ຕັ້ງ, ຈຳນວນພົນລະເມືອງຂອງໂລກເພີ່ມຂຶ້ນ, ຄວາມຮຽກຮ້ອງດ້ານວັດຖຸ ແລະ ຈິດໃຈກໍເພີ່ມຂຶ້ນ, ເຕັກນິກວິທະຍາສາດວິທະຍາການກໍນັບມື້ກ້າວໜ້າລ້ຳຍຸກ, ການແກ້ງ ແຍ້ງແຂ່ງຂັນດ້ານຜົນປະໂຫຍດກໍເພີ່ມຂຶ້ນອັນເປັນທີ່ມາຂອງການທຳລາຍທຳມະຊາດ ໂດຍລວມ.
ເຖິງຢ່າງໃດກໍຕາມ, ຖ້າພວກເຮົາບໍ່ຢາກປະເຊີນໜ້າຕາຍຍ້ອນໄພພິບັດກໍມີແຕ່ພ້ອມ ກັນປົກ ປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ, ບໍ່ພາກັນຕັດໄມ້ທຳລາຍ ປ່າ, ໄປຄຽງຄູ່ກັນນັ້ນກໍຕ້ອງພ້ອມກັນປູກໄມ້ໃຫ້ຫລາຍໆ, ບໍ່ອັດຮູລົມຖົມຮູນ້ຳ, ບໍ່ປ່ອຍສານພິດ, ບໍ່ປ່ອຍຄວາມຮ້ອນຕໍ່ຊັ້ນບັນຍາກາດ ຫລື ຈະເຮັດຈະສ້າງຫຍັງລົງໄປກໍ ຕ້ອງຄຳນຶງເຖິງຜົນໄດ້ຜົນເສຍພວກເຮົາຈະບໍ່ພາກັນຕາຍຍ້ອນໄພທຳມະຊາດ ມາທຳລາຍ./.


