ເຮັດບຸນ ຢ່າຄູນຂີ້ເຫຍື້ອ

ໂດຍ: ມຶກບໍ່ແຫ້ງ
ຂີ້ເຫຍື້ອ ມັກຫຼົງເຫຼືອໃຫ້ເຫັນຢ່າງຊະຊາຍເປັນປະຈຳພາຍຫຼັງງານບຸນສິນກິນທານຕ່າງໆ ຈົນກາຍເປັນບັນຫາທີ່ໄດ້ຮັບການສ່ອງແສງຢ່າງກວ້າງຂວາງ.
ຕັ້ງແຕ່ກີ້ ການເຮັດບຸນສິນກິນທານນັ້ນເປັນເຂົ້າຕົ້ມເຂົ້າໜົມແມ່ນຫໍ່ດ້ວຍໄປຕອງ ແລະ ວັດສະດຸບັນຈຸອື່ນໆ ທີ່ສາມາດຍ່ອຍສະຫຼາຍໄດ້ງ່າຍເຊິ່ງສາມາດກຳຈັດໄດ້ບໍ່ຍາກ, ເຮັດໃຫ້ພວກເພິ່ນບໍ່ໄດ້ອຸກໃຈພໍປານໃດໃນການກຳຈັດຂີ້ເຫຍື້ອ.
ແຕ່ມາຮອດປັດຈຸບັນມັນກໍເປັນຕາມຄິດຢູ່ບ່ອນວ່ານັບແຕ່ເຂົ້າໜົມ, ກ່ອງໂຟມ, ຖົງຢາງ, ຕຸກນ້ຳຢາງແມ່ນເປັນທີ່ນິຍົມຊົມຊອບໃນການນຳມາກິນທານຕາມວັດວາອາຮາມຕ່າງໆ ທັງນີ້ ກໍຍ້ອນຄວາມສະດວກສະບາຍ ແລະ ປະຊາຊົນ ກໍບໍ່ຄ່ອຍມີເວລາຄືແຕ່ກີ້ ໃນການກະກຽມເຂົ້າຕົ້ມເຂົ້າໜົມທີ່ເຮັດເອົາເອງເພາະໃຜໆກໍມີເວລາຈຳກັດໃນການທຳມາຫາກິນຕາມຍຸກຕາມສະໄໝ.
ເມື່ອເປັນເຊັ່ນນັ້ນພວກເຮົາສາມາດສັງເກດເຫັນໄດ້ຢ່າງເຕັມຕາວ່າດຽວນີ້ ເມື່ອມີຕັກບາດຢາດນ້ຳເຊັ້ນຫໍ່ເຂົ້າປະດັບດິນ, ແຈກຫໍ່ເຂົ້າ, ຫຼືແມ່ນແຕ່ໄຫຼເຮືອໄຟຈະເຫັນຂີ້ເຫຍື້ອເຕັມຊະຊາຍຢ່າງບໍ່ເປັນຕາເບິ່ງ.
ຍິ່ງກວ່ານັ້ນ, ຂີ້ເຫຍື້ອທີ່ຖິ້ມຊະຊາຍດັ່ງກ່າວແມ່ນບໍ່ສາມາດທຳລະລາຍໄດ້ ໃນມື້ໜຶ່ງຍາມດຽວ, ແລະກາຍເປັນພາລະໃຫ້ແກ່ພຣະສົງໃນວັດເປັນຄົນເກັບມ້ຽນ ຫຼືບໍ່ກໍຮົກຊະຊາຍໄປໝົດທົ່ວບໍລິເວນ.
ແທນທີ່ວ່າພວກເຮົາໄປເຮັດບຸນສິນກິນທານຈະເຮັດສິ່ງຈົບງາມ, ບໍ່ທຳຮ້າຍຜູ້ອື່ນບໍ່ທຳຮ້າຍສິ່ງແວດລ້ອມອ້ອມຂ້າງແຕ່ພຶດຕິກຳທີ່ຂາດຄວາມຮັບຜິດຊອບ, ບົ່ງບອກເຖິງຄວາມສີວິໄລທາງດ້ານຈິດໃຈຂອງພວກເຮົາຕຶ່ມອີກເພາະຍາມບຸນຄືດັ່ງກ່າວນັ້ນແຂກຕ່າງປະເທດເພິ່ນກໍຢາກເຫັນຢາກຊົມຄວາມສວຍງາມຂອງວັດທະນະທຳເຮົາແຕ່ຖ້າໄປເຫັນແຕ່ຂີ້ເຫຍື້ອແລ້ວພວກເຮົາສາມາດຈິນຕະນາການໄດ້ວ່າພວກເພິ່ນຈະຮູ້ສຶກແນວໃດ?
ມັນເຖິງເວລາແລ້ວທີ່ພວກເຮົາຄວນຫຼີກລ່ຽງພຶດຕິກຳດັ່ງກ່າວນີ້, ຖ້າຍັງບໍ່ທັນມີລະບຽບການໃນການຄວບຄຸມການນຳໃຊ້ ປລາສຕິກທີ່ເຄັ່ງຄັດແລ້ວມັນກໍແມ່ນຄວາມຮັບຜິດຊອບຂອງສ່ວນບຸກຄົນທີ່ຕ້ອງຮັບປະກັນວ່າສິ່ງຂອງທີ່ຖືໄປກິນທານ, ເຮັດກິດຈະກຳໃນງານບຸນຕ່າງໆນັ້ນບໍ່ໄດ້ຖິ້ມຊະຊາຍຕາມໃຈມັກ.
ພ້ອມນັ້ນ, ຕາມວັດວາອາຮາມສະຖານທີ່ສາທາລະນະກໍຄວນມີມາດຕະການເຄັ່ງຄັດຂຶ້ນຕຶ່ມເພື່ອຄວບຄຸມການຖິ້ມຂີ້ເຫຍື້ອຊະຊາຍນັ້ນໃຫ້ຫຼຸດໜ້ອຍຖອຍລົງ.

