ນະຄອນຫລວງຂາຍເຂົ້າຄັງແຮແຊກຄຸມລາຄາເຂົ້າເໜັງຕີງ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດ ຄໍາແພງເພັດ ຈັນສະຫວ່າງ ສົ່ງເສີມການກະເສດຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ເຊິ່ງແມ່ນບໍລິສັດທີ່ມີສັນຍາກັບລັດຖະບານປະຕິບັດຄັງແຮເຂົ້າ ໄດ້ນໍາເຂົ້າສານ ປະເພດເຂົ້າຈ້າວ ແລະ ເຂົ້າໜຽວ ຈໍານວນຫລາຍໂຕນອອກມາຈໍາໜ່າຍໃຫ້ສັງຄົມເພື່ອດັດສົມຕະຫລາດ ໃນລະຫວ່າງວັນທີ 23-30 ກັນຍານີ້ ຢູ່ 5 ຈຸດຄື:
ຕະຫລາດສະອາດຊາວບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ, ລັດວິສາຫະກິດສະບຽງອາຫານນະຄອນຫລວງວຽງຈັນ, ສູນການຄ້າລາວ-ໄອເຕັກ, ຕະຫລາດລາວ-ອົດຊີ ແລະ ໂຮງສີເຂົ້າບໍລິສັດຄໍາແພງເພັດ, ໂດຍກໍານົດລາຄາຂາຍຄື: ເຂົ້າສານໜຽວປະເພດ 2 ແມ່ນ 6.500 ກີບຕໍ່ກິໂລ, ເຂົ້າສານຈ້າວຫອມມະລິປະເພດ 1 ແມ່ນ 8.000 ກີບ, ປະເພດ 2 ແມ່ນ 7.000 ກີບ ແລະ ເຂົ້າຈ້າວຂາວແມ່ນ 7.000 ກີບຕໍ່ກິໂລ ແລະ ຜູ້ໜຶ່ງສາມາດຊື້ໄດ້ບໍ່ເກີນ 36 ກິໂລ (3ໝື່ນ).


ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການນໍາເຂົ້າຄັງແຮອອກມາຂາຍນີ້ ກໍເພື່ອແຊກຄຸມລາຄາ ແລະ ດັດສົມຕະຫລາດໃຫ້ມີສະຖຽນລະພາບ, ມີຄວາມໝັ້ນຄົງໃນການສະໜອງສະບຽງອາຫານ, ພ້ອມທັງສະກັດກັ້ນບໍ່ໃຫ້ມີຜົນກະທົບຕ່າງໆຕໍ່ສັງຄົມ ລວມເຖິງການສວຍໂອກາດເກງກໍາໄລຂອງແມ່ຄ້າຕາມທ້ອງຕະຫລາດຈໍານວນໜຶ່ງ.
ຫລັງຈາກເຫັນວ່ານັບແຕ່ຕົ້ນປີມານີ້ ລາຄາເຂົ້າຢູ່ທ້ອງຕະຫລາດມີການເໜັງຕິງຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນແຕ່ 25-30% ຂອງລາຄາປົກກະຕິ ແລະ ການແຊກຄຸມລາຄາເຂົ້າຂອງພາກລັດນີ້, ຈະສາມາດຫລຸດລາຄາເຂົ້າລົງໄດ້ປະມານ 20%.

