ອົງການກາແດງລາວສືບຕໍ່ຊ່ວຍເຫລືອຜູ້ປະສົບໄພນຳ້ຖ້ວມຢູ່ເມືອງຊະນະສົມບູນ

ໃນວັນທີ 24 ກັນຍານີ້, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງບັນເທົາທຸກ ໄປຊ່ວຍເຫລືອປະຊາຊົນຜູ້ປະສົບໄພນຳ້ຖ້ວມຢູ່ບ້ານ ໂຊໂລນ້ອຍ 154 ຄອບຄົວ, ບ້ານໂຊໂລໃຫຍ່ 258 ຄອບຄົວ ແລະ ບ້ານຕ່າງລ່າງ 53 ຄອບຄົວ ທີ່ຂື້ນກັບ ເມືອງ ຊະນະສົມບູນ ແຂວງ ຈຳປາສັກ, ຊຶ່ງເຄື່ອງບັນເທົາທຸກດັ່ງກ່າວປະກອບມີ: ເຂົ້າໜຽວ, ໝີ່ສຳເລັດຮູບ, ປາກະປ໋ອງ, ນຳ້ດື່ມ, ນຳ້ມັນພືດ, ເກືອ, ກັບໄຟແຊັກ, ທຽນໄຂ, ສະບູ, ຢາສີຟັນ, ຜ້າອານະໄມ ແລະ ຢາປົວພະຍາດ. ລວມມູນຄ່າທັງໝົດ 113 ລ້ານກວ່າກີບ, ເຊິ່ງແມ່ນການປະກອບສ່ວນຂອງ ບໍລິສັດ ລົງທຶນພັດທະນາລາວ; ບໍລິສັດ ນະຄອນຊັບ ຈໍາກັດຜູ້ດຽວ; ບໍລິສັດ ຊາວອີສເອເຊຍ ທາວເວີ ຈຳກັດ (Southeast Asia Tower Company Limited) ແລະ ບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ,
ໃນໂອກາດນີ້, ທ່ານປະທານອົງການກາແດງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ປະສົບໄພນໍ້າຖ້ວມ ແລະ ແນະນໍາໃຫ້ເຂົາເຈົ້າເພີ່ມທະວີຄວາມສາມັກຄີເປັນຈິດຫນຶ່ງໃຈດຽວກັນປົວແປງອະນາໄມບ້ານເຮືອນ ແລະ ຫັນມາທຳການຜະລິດຄືນໃໝ່ຕາມຄວາມອາດສາມາດ ແລະ ເງື່ອນໄຂຄວາມຈິງ, ເພື່ອທົດແທນຜົນເສຍຫາຍຈາກໄພທໍາມະຊາດດັ່ງກ່າວໃຫ້ມີປະສິດທິຜົນສູງ.


ນັບແຕ່ມື້ເກີດໄພນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ມານີ້, ອົງການກາແດງລາວ ກໍເປັນຜູ້ໜຶ່ງທີ່ໄດ້ຕັ້ງໜ້າໃຫ້ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພໂດຍດີຕະຫລອດມາ, ນັບແຕ່ການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລີໂພກຕ່າງໆແລ້ວ ອົງການກາແດງປະຈໍາແຕ່ລະທ້ອງຖິ່ນຍັງໄດ້ຊ່ວຍຍົກຍ້າຍປະຊາຊົນອອກໄປຢູ່ບ່ອນປອດໄພ, ຊ່ວຍພາຫະນະ, ເຮືອຂົນສົ່ງ, ເຄື່ອງຈັກຜະລິດນໍ້າດື່ມສະອາດ ສະໜອງໃຫ້ປະຊາຊົນໃນເຂດປະສົບໄພ ແລະ ບ່ອນພັກເຊົາຊົ່ວຄາວໄດ້ນໍາໃຊ້ຢ່າງພຽງພໍ.

