ລັດຖະບານຮຽກຮ້ອງໃຫ້ທຸກພາກສ່ວນປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ.

ປັດຈຸບັນ, ເຖິງວ່າການປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ທ້ອງຖິ່ນຕ່າງໆ ຈາກຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ມີມາຢ່າງລຽນຕິດກໍຕາມ, ແຕ່ກໍຖືວ່າຍັງບໍ່ພຽງພໍກັບຄວາມຕ້ອງການອັນຈໍາເປັນຂອງຜູ້ປະສົບໄພທີ່ມີຈໍານວນຫລາຍ, ສະນັ້ນ, ກອງປະຊຸມລັດຖະບານຮີບດ່ວນໃນເດືອນກັນຍານີ້, ໄດ້ຊີ້ນໍາໃຫ້ຂະແໜງການຕ່າງໆສືບຕໍ່ປະຕິບັດວຽກງານຂອງຕົນເຂົ້າໃນການຟື້ນຟູຜົນກະທົບ ແລະ ສືບຕໍ່ປຸກລະດົມທົ່ວສັງຄົມປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃຫ້ສາມາດກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນນີ້, ລັດຖະບານໄດ້ມອບໝາຍໃຫ້ກໍາລັງ ປກຊ-ປກສ ສຸມໃສ່ຊ່ວຍເຫລືອຍົກຍ້າຍປະຊາຊົນຈາກບ່ອນພັກຊົ່ວຄາວກັບຄືນໄປສູ່ເຮືອນຊານຂອງເຂົາເຈົ້າຢ່າງປອດໄພ, ກະຊວງກະສິກໍາ-ປ່າໄມ້ ສົມທົບກັບພະແນກ-ຫ້້ອງການກະສິກໍາ-ປ່າໄມ້ແຕ່ລະທ້ອງຖິ່ນ ກະກຽມຟື້ນຟູການຜະລິດພາຍຫລັງນໍ້າລົງ, ໂດຍສະເພາະການຈັດສັນແນວພັນ, ປັດໃຈການຜະລິດຕ່າງໆໃຫ້ທັນການ ເພື່ອແນໃສ່ຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍ, ຂະແໜງໂຍທາທິການ ແລະ ຂົນສົ່ງ ເລັ່ງສ້ອມແປງພື້ນຖານໂຄງລ່າງ ເປັນຕົ້ນ: ເສັ້ນທາງ, ລະບົບໄຟຟ້າ, ນໍ້າ
ປະປາ, ເລັ່ງສ້ອມແປງໂຮງຮຽນ, ໂຮງໝໍ, ສຸກສາລາ ໃຫ້ສາມາດເປີດນໍາໃຊ້ໄດ້. ສໍາລັບກະຊວງການເງິນ ແມ່ນໃຫ້ຮີບຮ້ອນກະກຽມດ້ານງົບປະມານ ເພື່ອແກ້ໄຂໄພພິບັດດັ່ງກ່າວ ດ້ວຍການນໍາໃຊ້ເງິນທີ່ມີ ແລ້ວສະເໜີລັດຖະບານພິຈາລະນາໂດຍໄວ.
ນອກນີ້ ກໍໃຫ້ເລັ່ງຄົ້ນຄວ້າກ່ຽວກັບການຍົກເວັ້ນພາສີ-ອາກອນ, ຫລຸດຄ່າໄຟຟ້າ, ນະໂຍບາຍດ້ານສີນເຊື່ອ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອສະເໜີລັດຖະບານພິຈາລະນາ, ພ້ອມເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ຢ່າງເຂັ້ມງວດ ແລະ ຕ້ອງລົງໄປຕິດຕາມກວດກາຕົວຈິງຢູ່ທ້ອງຖິ່ນຕ່າງໆ ເພື່ອແນໃສ່ໃຫ້ການແກ້ໄຂໄພພິບັດຄັ້ງນີ້ມີປະສິດທິຜົນ.



