ສື່ມວນຊົນລາວເປັນເຈົ້າການລາຍງານສະພາບໄພນ້ຳຖ້ວມຢ່າງຕໍ່ເນື່ອງ.

ໃນໄລຍະເກີດໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງປະເທດ, ສື່ມວນຊົນລາວໄດ້ເປັນເຈົ້າການໃນການປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ຈັນຍາບັນຂອງຕົນດ້ວຍຄວາມຮັບຜິດຊອບສູງໃນການນຳສະເໜີຂໍ້ມູນຂ່າວສານ, ສະພາບການ ແລະ ບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຖືກຕ້ອງຕາມຄວາມເປັນຈິງໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ, ຊ່ວຍກັນແກ້ໄຂສະພາບດັ່ງກ່າວໃຫ້ຫລຸດຜ່ອນລົງຄື: ໃນວັນທີ 19 ກັນຍານີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ຊີ້ນຳວຽກງານຖະແຫລງຂ່າວ, ທັງເປັນຄະນະກຳມະການຕ້ານໄພພິບັດລະດັບຊາດ ໃຫ້ຮູ້ວ່າ: ໃນການຮັບມືຕໍ່ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນພາກກາງ ແລະ ພາກໃຕ້ຄັ້ງຮ້າຍແຮງນີ້, ສື່ມວນຊົນລາວໄດ້ມີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຂອງຕົນທີ່ຂັ້ນເທິງໄດ້ມອບໝາຍໃຫ້ຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນຳກະຊວງ, ໄດ້ເຮັດວຽກຮ່ວມກັບສື່ມວນຊົນທັງໝົດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບໃຊ້ໜ້າທີ່ຕາມການມອບໝາຍ ນັບແຕ່ມື້ຝົນຕົກ ແລະ ເກີດໄພນ້ຳຖ້ວມ ບັນດາສື່ມວນຊົນ ກໍໄດ້ພ້ອມກັນລົງຕິດຕາມສົມທົບກັບນັກຂ່າວແຕ່ລະແຂວງທີ່ມີໄພພິບັດເກີດຂຶ້ນ ແລະ ໄດ້ລາຍງານຂ່າວຢ່າງເປັນປະຈໍາເພື່ອປະຊາຊົນໄດ້ຮັບຊາບ ແລະ ມີວິທີທາງຊ່ວຍເຫລືອຜູ້ປະສົບໄພ ຜ່ານຊ່ອງທາງດິຈິຕອນ, ຜ່ານສື່ສັງຄົມອອນລາຍ, ຜ່ານທາງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມຕ່າງໆ ທີ່ເປັນສື່ຫລັກ ແລະ ສື່ທາງການຂອງລາວ, ເຊິ່ງລ້ວນແຕ່ໄດ້ສ່ອງແສງສະພາບການເຄື່ອນໄຫວ, ການຕອບໂຕ້, ການແກ້ໄຂຜົນຮ້າຍຂອງໄພພິບັດຕາມພາລະໜ້າທີ່ຂອງຕົນໃນແຕ່ລະດ້ານ.

ນັບແຕ່ທ່ານນາຍົກລັດຖະມົນຕີເປີດກອງປະຊຸມສຸກເສີນ, ທຸກກຳລັງຢູ່ສູນກາງ ກໍໄດ້ຈັດຕັ້ງກັນລົງໄປປະຕິບັດໜ້າທີ່ໂດຍທັນທີ, ລະດົມທຸກກໍາລັງຊັບ, ກຳລັງພົນ ແລະ ວັດຖຸສິ່ງຂອງຕ່າງໆລົງໄປຊ່ວຍເຫລືອ, ກອບກູ້ເອົາຊີວິດຊັບສິນຂອງປະຊາຊົນທີ່ຢູ່ໃນເຂດໄພພິບັດ, ເຊິ່ງສື່ມວນຊົນໄດ້ປະຕິບັດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຄວາມໄວ ເຮັດໃຫ້ທົ່ວສັງຄົມຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ແລະ ເຫັນໄດ້ວ່າ: ພັກ-ລັດຖະບານ, ຂະແໜງການ, ອົງການຈັດຕັ້ງຕ່າງໆ ທຸກພາກສ່ວນໄດ້ເປັນເອກະພາບ, ໄດ້ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການແກ້ໄຂບັນຫາໄພພິບັດດັ່ງກ່າວ.
ທ່ານຮອງລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ ນ້ຳໄດ້ບົກແຫ້ງລົງແລ້ວໃນແຕ່ລະພື້ນທີ່, ເຊິ່ງທາງຄະນະນຳກະຊວງກໍໄດ້ມີການມອບໝາຍ, ຈັດຕັ້ງ ແລະ ສົ່ງທີມຂ່າວລົງໄປແຕ່ລະພື້ນທີ່ຕື່ມອີກ, ໂດຍມີສູນຂ່າວປະຈຳຢູ່ກະຊວງ ແລະ ໄດ້ມີການປະສານງານກັບພະແນກ ຖວທ ແຕ່ລະແຂວງ ແລະ ທີມນັກຂ່າວທີ່ໄປປະຈຳຢູ່ສະໜາມສືບຕໍ່ໂຄສະນາປຸກລະດົມການຟື້ນຟູປົວແປງຜົນກະທົບຈາກໄພນໍ້າຖ້ວມຄັ້ງຮ້າຍແຮງນີ້ໃຫ້ຜ່ານພົ້ນໄປໂດຍໄວ.

