ວາວຣິນກາ ຊະນະ ຊະເວເຣຟ ຄວ້າແຊ໊ມເຕັນນິສທີ່ບ້ານເກີດ

ການແຂ່ງຂັນເັນນິສ ເອທີ ພີພທົວ ລາຍການ “ແບງ ເອຣິກ ສະຕຸ໊ດຊາ ເຈນີວາ ໂອເພນ ” ທີ່ ນະຄອນເຈນີວາ ປະເທດສະວິດ ເຊີແລນ ໃນວັນເສົາທີ 27 ພຶດສະ ພານີ້ ເປັນການແຂ່ງຂັນປະເພດ ຊາຍດ່ຽວຮອບຊີງຊະນະເລີດ ຜົນ ປາກົດວ່າ ສະແຕນ ວາວຣິນກາ ນັກເຕັນນິສເຈົ້າຖິ່ນ ທີ່ເປັນມືວາງ ອັນດັບ 1 ຂອງລາຍການ ຕ້ອງ ອອກແຮງເຖິງ 3 ເຊັດ ໃຊ້ເວລາ 2 ຊົ່ວໂມງ 19 ວິນາທີ ກວ່າ ຈະເອົາຊະນະ ມິສຊາ ຊະເວເຣຟ ນັກເຕັນນິສຄົນ ເຢຍລະມັນ ທີ່ມາ ຈາກຮອບຄັດເລືອກ 2-1 ເຊັດ 4-6, 6-3, 6-. ຄວ້າແຊ໊ມໄປ ຄອງໄດ້ສຳເລັດ.

