ສປປ ເກົາຫລີ ຍິງຂີປະນາວຸດອີກ 2 ລູກກ່ອນຈະເຂົ້າເຈລະຈາກັບສະຫະລັດ

ຮຽບຮຽງໂດຍ: ລູກເມືອງ ພວນ
ກີມຈອງອຸນເດີນໜ້າໂຊ ແສນຍານນຸພາບທາງທະຫານ, ສັ່ງຍິງຂີປະນາວຸດອີກ 2 ລູກຕົກທະເລຍີ່ປຸ່ນ ພາຍ ຫຼັງມອບໃຫ້ເຈົ້າໜ້າທີ່ອາວຸໂສປະກາດທ່າທີຂອງ ສປປ ເກົາຫຼີ ພ້ອມຈະກັບມາເຈລະຈາກັບສະຫະລັດ.
ວັນທີ 10 ກັນຍານີ້, ສຳນັກຂ່າວຕ່າງປະເທດ ແລະ ຊີເອັນເອັນລາຍງານວ່າ: ເກົາຫຼີເໜືອເດີນໜ້າຍິງຂີປະນາວຸດອີກ 2 ລູກຈາກພາກຕາເວັນຕົກຂອງປະເທດໄປຕົກທະເລຍີ່ປຸ່ນໃນຕອນເຊົ້າຂອງວັນອັງຄານທີ 10 ນີ້ເອງ, ນັບວ່າເປັນການຍິງຄັ້ງທີ 8 ຕັ້ງແຕ່ເດືອນມີຖຸນາເປັນຕົ້ນມາ.
ນອກຈາກນັ້ນ, ກອງທັບ ສປປ ເກົາຫຼີ ຍັງຍິງຂີ ປະນາວຸດຫຼ້າສຸດ ບໍ່ເທົ່າໃດ ຊົ່ວໂມງ ຫຼັງຈາກກີມຈອງອຸນມອບໝາຍໃຫ້ເຈົ້າໜ້າ ທີ່ກ່າວເຖິງທ່າທີຂອງລັດຖະບານວ່າພ້ອມທີ່ຈະກັບ ເຈລະຈາກັບສະຫະລັດ ກ່ຽວກັບການຢຸດຕິໂຄງການອາວຸດນິວເຄຣຍຂອງເກົາຫຼີໃນທ້າຍເດືອນກັນຍານີ້.
ສຳນັກຂ່າວແຫ່ງຊາດ ສປປ ເກົາຫຼີ KCNA ອອກມາປະກາດວ່າການຍິງຂ້າປະນາວຸດ 2 ລູກນັ້ນແມ່ນ: ປະສົບຜົນສຳເລັດເປັນ ຢ່າງດີ.


