ທ່ານນາຍົກ ລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ແຂວງພາກໃຕ້

ໃນວັນທີ 7
ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ
ເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈປະຊາຊົນ ແລະ
ຊຸກຍູ້ການແກ້ໄຂໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.

ໂດຍໄດ້ໄປຢ້ຽມຢາມ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຈຳພອນ, ແຂວງສະຫວັນນະເຂດ ພ້ອມທັງໄດ້ຮັບຟັງລາຍງານສະພາບຜົນກະທົບ ແລະ ການແກ້ໄຂໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ຈາກທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆດັ່ງກ່າວສະຫວັນນະເຂດ, ຊຶ່ງເຫັນວ່າ: ທົ່ວແຂວງປະສົບໄພນໍ້າຖ້ວມມີ 9 ເມືອງ, 86 ບ້ານ, 29.000 ກວ່າຄອບຄົວ, ນໍ້າຖ້ວມພື້ນທີ່ການຜະລິດ ປະມານ 37.000 ເຮັກຕາ, ໜອງປາ 446 ໜອງ, ສັດລ້ຽງ (ງົວ-ຄວາຍ) ຕາຍ 19 ໂຕ, ລະບົບຊົນລະປະທານ 26 ແຫ່ງ, ເສັ້ນທາງ 48 ເສັ້ນ ແລະ ອື່ນໆ.
ຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ ຜູ້ໄດ້ຮັບຜົນກະທົບຢູ່ເມືອງຄົງເຊໂດນ
ແຂວງສາລະວັນ, ຊຶ່ງເປັນອີກເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໜັກ ຫຼາຍສົມຄວນ, ເຮັດໃຫ້ເສັ້ນທາງເຊື່ອມຕໍ່ຫາແຂວງຈຳປາສັກ
ແລະ ເທສະບານແຂວງສາລະວັນຖືກຕັດຂາດບໍ່ສາມາດສັນຈອນໄປມາໄດ້ ເປັນໄລຍະເວລາ 2-3 ວັນ, ມີ71ບ້ານ,10.147ຄອບຄົວຖືກຜົນກະທົບຈາກໄພນ້ຳຖ້ວມ;
ເນື້ອທີ່ທຳການຜະລິດຖືກນ້ຳຖ້ວມທັງໝົດ16.900ເຮັກຕາ,ໃນນີ້ເນື້ອທີ່ກະສິກຳເສຍຫາຍ15.300ເຮັກຕາ,ເນື້ອທີ່ໜອງປາ52ເຮັກຕາ;ເສັ້ນທາງຄົມມະນາຄົມຖືກນ້ຳຖ້ວມ32ກິໂລແມັດ,ທາງເຂົ້າຫາແຕ່ລະບ້ານຖືກຕັດຂາດ
ແລະ ອື່ນໆ.

ຫຼັງຈາກນັ້ນ,
ທ່ານນາຍົກລັດຖະມົນຕີໄດ້ສືບຕໍ່ໄປຢ້ຽມຢາມ ແລະ ເຄື່ອນໄຫວ ຕິດຕາມເບິ່ງສະພາບນໍ້າຖ້ວມ ແລະ
ການແກ້ໄຂຜົນກະທົບທີ່ເກີດຂຶ້ນ ຢູ່ແຂວງຈຳປາສັກ, ຊຶ່ງເຫັນວ່າ: ໃນທົ່ວແຂວງ
ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 396 ບ້ານ, 37.662 ຄອບຄົວ, ມີ176.685 ຄົນ;
ບ້ານທີ່ຖືກນໍ້າຖ້ວມ 104 ບ້ານ, ປະຊາຊົນຖືກຍົກຍ້າຍຊົ່ວຄາວ 6.466 ຄອບຄົວ, ລວມມີ 40.033 ຄົນ, ເສັ້ນທາງ 281 ກິໂລແມັດ, ເນື້ອທີ່ນາ 34.327 ເຮັກຕາ,
ເນື້ອທີ່ສວນ 3.017 ເຮັກຕາ, ລະບົບຊົນລະປະທານ 46 ແຫ່ງ ແລະ ອື່ນໆທີ່ໄດ້ຮັບຜົນເສຍຫາຍ.

ໃນໂອກາດຢ້ຽມຢາມ ແລະ ພົບປະກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສະຖານທີ່ຕ່າງໆ ໃນຄັ້ງນີ້,
ທ່ານນາຍົກລັດຖະມົນຕີໄດ້ມີຄວາມເປັນຫ່ວງເປັນໄຍ, ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ,
ສະພາບນໍ້າຖ້ວມ ແລະ ຜົນເສຍຫາຍ, ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆ,
ຄວາມຕ້ອງການອັນຈຳເປັນ ແລະ ອື່ນໆ. ພ້ອມທັງ ສະແດງຄວາມຊົມເຊີຍ
ຕໍ່ຄວາມເອົາໃຈໃສ່,ຄວາມສາມັກຄີຮັກແພງຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ
ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໄດ້ດີ ແລະ ທັນການ
ໂດຍສະເພາະອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕຳຫຼວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ
ແລະ ພາກສ່ວນອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ
ວັດຖຸສິ່ງຂອງ ເຂົ້າໃນການຊ່ວຍເຫຼືອ,
ຍົກຍ້າຍປະຊາຊົນ,ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ,ສັດລ້ຽງ… ໄປສູ່ເຂດທີ່ປອດໄພ. ພ້ອມທັງໄດ້ເນັ້ນໃຫ້ອົງການປົກຄອງທ້ອງຖິ່ນ
ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ເອົາໃຈໃສ່ກອບກູ້,
ຍົກຍ້າຍປະຊາຊົນ ແລະ ວັດຖຸສິ່ງຂອງ ທີ່ຈຳເປັນ ໄປຢູ່ທີ່ປອດໄພໃຫ້ໄດ້ທັງໝົດ;
ໃຫ້ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ,
ສຸຂະອະນາໄມ ຂອງປະຊາຊົນໃຫ້ດີ, ມີຫ້ອງນໍ້າ ລວມທັງອຸປະກອນການແພດແລະຢາປົວພະຍາດ ທີ່ພຽງພໍ,
ໃຫ້ມີແພດໝໍບໍລິການດ້ານສາທາລະນາສຸກ ຢ່າງເປັນປົກກະຕິ ແລະ ທົ່ວເຖິງໃນແຕ່ລະຈຸດເຕົ້າໂຮມ;
ໃຫ້ສະໜອງເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ
ເຊັ່ນ: ອາຫານການກິນ, ນໍ້າດື່ມ-ນໍ້າໃຊ້ ທີ່ສະອາດ, ເຄື່ອງໃຊ້ຂອງສອຍ ແລະ ອື່ນໆ ໃຫ້ແກ່ຜູ້ປະສົບໄພ ຢ່າງພຽງພໍ
ແລະທັນການ; ການແກ້ໄຂໄພພິບັດ ຕ້ອງມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ,ລົງເລິກຊີ້ນຳໃຫ້ ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ,
ວ່ອງໄວ,
ມີແຜນການແກ້ໄຂທີ່ດີ,
ມີການຕິດຕາມ-ກວດກາ
ຢ່າງເປັນປົກກະຕິ, ເມື່ອພົບບັນຫາຫຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື
ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ໃຫ້ເອົາໃຈໃສ່ ຕໍ່ວຽກງານການປ້ອງກັນຄວາມສະຫງົບ,
ປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດເກີດຂຶ້ນ ໂດຍສະເພາະ
ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕ້ານຫາງສຽງບໍ່ດີ
ໂດຍສະເພາະ ການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍຄືການສ້າງຄວາມປັ່ນປ່ວນຕ່າງໆ;
ເອົາໃຈໃສ່ປຸກລະດົມກຳລັງແຮງພາຍໃນ ກໍຄືທ້ອງຖິ່ນ ເຂົ້າໃນການຊ່ວຍເຫຼືອ ແລະ
ແກ້ໄຂບັນຫາໄພພິບັດຄັ້ງນີ້ຢ່າງມີປະສິດທິຜົນ; ຮີບຮ້ອນຈັດສັນຫາວັດຖຸສິ່ງຂອງທີ່ຈຳເປັນ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເປັນຕົ້ນ ອາຫານ, ນ້ຳດື່ມ, ເຮືອ,
ພະຫະນະຮັບໃຊ້,
ເຄື່ອງໃຊ້ສອຍຕ່າງໆ,
ຢາປົວພະຍາດ… ທີ່ເຫັນວ່າບໍ່ທັນພຽງພໍເພື່ອແກ້ໄຂບັນເທົາທຸກ ແລະຊ່ວຍເຫຼືອປະຊາຊົນໂດຍໄວ.


ໃນໂອກາດລົງຢ້ຽມຢາມ ແລະ ພົບປະອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຄັ້ງນີ້, ທ່ານນາຍຍົກລັດຖະມົນຕີໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນຈຳນວນໜຶ່ງ ໃຫ້ 3 ແຂວງດັ່ງກ່າວ.
ຂ່າວ-ພາບ: ຫສນຍ

