ກຳປັ່ນລູກສອນໄຟ ແລະ ເຮືອບິນເຮລີກອບ ຂອງອີຮານຊ້ອມຮົບ

ຮຽບຮຽງໂດຍ: ລູກເມືອງພວນ

ກຳປັ່ນ ແລະ ເຮລີກອບ ຫຼາຍລຳພ້ອມທະຫານກອງ ຕີພິເສດຂອງ ອີຣານ ໄດ້ວາງກຳລັງຊ້ອມຮົບຢູ່ໃນທະເລ Caspia ນັບຕັ້ງແຕ່ວັນທີ 1 ກັນຍາຫາ ວັນທີ 5 ກັນຍານີ້. ການຊ້ອມຮົບຄັ້ງນີ້ ມີຊື່ວ່າ:  “ຄວາມສະຫງົບ ແລະ ກຳລັງແຮງທີ່ແຂງແກ່ນ” ເພື່ອແນ ໃສ່ຮັບປະກັນຄວາມສະຫງົບ ແລະ ເພີ່ມທະວີຄວາມອາດ ສາມາດຕຽມພ້ອມສູ້ຮົບຂອງກຳລັງທະຫານ, ທົດສອບວັດ ຖຸອຸປະກອນສົງຄາມຂອງ ອີຣານໃຫ້ຢູ່ໃນລະດັບສູງ – ຜູ້ ບັນຊາການກອງທັບເຮືອ ອີຣານ Hossein Khanzadi ກ່າວ.

ການຊ້ອມຮົບຄັ້ງນີ້, ກອງກຳລັງທະຫານທີ່ເຂົ້າຮ່ວມຈະໄດ້ສ້າງສະຖານະການປິດລ້ອມ ແລະ ຈັບກຳປັ່ນຂອງ ຝ່າຍກົງກັນຂ້າມ ດ້ວຍວິທີການໃຊ້ອາວຸດຫຼາຍຊະນິດ, ລວມມີທັງເຮືອຈັກຄວາມໄວສູງ ແລະ ກຳປັ່ນຄຸ້ມກັນຕິດຕັ້ງຫົວລູກສອນໄຟ.

ກອງຕີພິເສດທີ່ຢູ່ໃນເຮືອບິນ ເຮລີກອບສອງລຳ AB-212 ແລະ ກຳປັ່ນຮົບ ຈະສ້າງສະຖານະການປ້ອງກັນຕົວຈາກການບຸກໂຈມຕີ ຂອງຝ່າຍກົງກັນຂ້າມ ດ້ວຍ ຍຸດທະວິທີແບບນັກສືບ ແລະ ນຳໃຊ້ລະບົບລົບກວນຄື່ນ ຣາດາ ຂອງສັດຕູ.

ການຊ້ອມຮົບນີ້ມີຂຶ້ນໃນຂະນະຢູ່ໃນອ່າວໄທມີຄວາມເຄັ່ງຕຶງກັບສະຫະລັດເພີ່ມຂຶ້ນ. ກອງທັບເຮືອຂອງສະຫະລັດ ໄດ້ຂະຫຍາຍກຳລັງຢູ່ໃກ້ກັບທະເລ ອີຣານ ແລະ ເພີ່ມທະວີການສອດແນມ ແລະ ທາງຝ່າຍ ອີຣານ ກໍໄດ້ປະກາດວ່າ ຈະມີການຕອບໂຕ້ຄືນການ ກະທຳດັ່ງກ່າວຂອງສະຫະລັດ ທີ່ລ່ວງລໍ້ານ່ານຟ້າຂອງຕົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ