ຮອງລັດຖະມົນຕີກະຊວງ ປກສ ເນັ້ນໃຫ້ເພີ່ມທະວີວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ໃນໂອກາດເປັນປະທານກອງປະຊຸມອະນຸກໍາມະການປ້ອງກັນການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ເພີ່ມທະວີວຽກງານປ້ອງກັນໂຄງການດັ່ງກ່າວໃຫ້ເຂັ້ມງວດຂຶ້ນ, ພາຍຫລັງເຫັນວ່າໃນໄລຍະ
ຕົ້ນປີ 2019 ມານີ້ໄດ້ມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນຂອບເຂດໂຄງການຫລາຍກວ່າ 50 ເລື່ອງ ແລະ ສາມາດກັກຕົວຜູ້ກະທໍາຜິດໄດ້ 50 ກວ່າຄົນ. ດັ່ງນັ້ນໃນຕໍ່ໜ້ານີ້, ຂໍໃຫ້ຄະນະຊີ້ນໍາ-ບັນຊາແຕ່ລະຂັ້ນເອົາໃຈໃສ່ປະສານສົມທົບກັນໃຫ້ແໜ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ນັບແຕ່ ປກສ ແຂວງ, ເມືອງ ແລະ ບ້ານ ເພື່ອຕິດຕາມກວດກາສະພາບຕ່າງໆໃຫ້ຮັບປະກັນ ຄວາມສະຫງົບປອດໄພ 100% ແລະ ຊ່ວຍໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວສໍາເລັດຕາມແຜນການກໍານົດໄວ້ໃນປີ 2021 ຢ່າງແນ່ນອນ.

