ຈະຊ່ວຍຜູ້ປະສົບໄພພິບັດແນວໃດດີ

ສະບາຍດີ,
ເພື່ອນຜູ້ອ່ານທີ່ຮັກແພງ, ກໍດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ: ປັດຈຸບັນນີ້, ມີຫລາຍບ້ານຫລາຍເຂດຫລາຍແຂວງໃນປະເທດເຮົາພວມປະສົບກັບສະພາບນ້ຳຖ້ວມຢ່າງໜັກໜ່ວງ ເຊິ່ງສະພາບໄພພິບັດດັ່ງກ່າວໄດ້ເລີ່ມແຕ່ເດືອນສິງຫາມານີ້, ໂດນເລີ່ມແຕ່ ແຂວງອຸດົມໄຊ, ລົງມາຫາຫລວງພະບາງ, ຊຽງຂວາງ, ຫົວພັນ, ໄດ້ສົ່ງຜົນກະທົບໜັກໜ່ວງ, ຊີວິດ, ເຮືອນຊານບ້ານຊ່ອງ, ຊັບສິນ, ໄຮ່ນາຮົວສວນ, ຜົນລະປູກ ແລະ ສັດສາວາສິ່ງຕ່າງໆ ບາງຄອບຄົວຈົນລ້າງຜານໄປໝົດເກືອບຈະບໍ່ມີຫຍັງເຫລືອ, ດັ່ງສອງຄອບຄົວຢູ່ເມືອງວຽງໄຊຈົນຈະຊອກເຫັນສາກສົບກໍເປັນການຍາກ ແລະ ປັດຈຸບັນໄດ້ເລີ່ມມາສູ່ບັນດາແຂວງພາກກາງນັບແຕ່ຄຳມ່ວນລົງໄປຮອດພາກໃຕ້ແຂວງຈຳປາສັກ, ສາລະວັນ, ເຊກອງກໍພວມປະສົບຢູ່ຢ່າງຮ້າຍແຮງ, ໂດຍສະເພາະແມ່ນປະຊາຊົນຜູ້ຢູ່ແຄມ ແມ່ນ້ຳໃຫຍ່ຄືເຊໂດນ ແລະ ເຊກອງຕ້ອງໄດ້ຍົກຍ້າຍວັດຖຸສິ່ງຂອງ, ສັດສາວາສິ່ງ ແລະ ຜູ້ຄົນເປັນຈຳນວນຫລາຍໄປຢູ່ເຂດປອດໄພ, ສ່ວນພື້ນຖານໂຄ່ງລ່າງຖະໜົນຫົນທາງ, ລະບົບຊົນລະປະທານ ແລະ ເນື້ອທີ່ການຜະລິດນັບຫລາຍຮ້ອຍ, ຫລາຍພັນເຮັກຕາຈົມຢູ່ໃນພື້ນນ້ຳ ແລະ ສິ່ງສຳຄັນໃນປັດຈຸບັນແມ່ນຜູ້ປະສົບໄພດັ່ງກ່າວກຳລັງຕ້ອງການຄວາມ ຊ່ວຍເຫລືອເປັນການຮີບດ່ວນເຊັ່ນ: ນ້ຳດື່ມ ແລະ ອາຫານຄືຢູ່ແຂວງຄຳມ່ວນມີຫລາຍ ເຖິງ 83 ບ້ານໃນ 5 ເມືອງລວມມີຈຳນວນພົນຫລາຍກວ່າ 20.000 ຄົນໃນນັ້ນມີແມ່ຍິງ ແລະ ເດັກນ້ອຍກວມເອົາສ່ວນຫລາຍ ເຊິ່ງເບື້ອງລັດເຮົາຈະຕ້ອງໄດ້ຮີບຮ້ອນລົງຊ່ວຍເຫລືອເຂົາເຈົ້າເປັນການເລັ່ງດ່ວນເພາະຄວາມອາດສາມາດຂອງທ້ອງຖິ່ນແມ່ນມີຈຳກັດຮ້າຍແຮງກວ່າໝູ່ແມ່ນເມືອງບົວລະພາແຂວງຄຳມ່ວນມີ 25 ບ້ານພວມໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມດັ່ງກ່າວ.ສ່ວນຢູ່ແຂວງຈຳປາສັກ, ເຊກອງກໍພວມຢູ່ໃນສະພາບນ້ຳບໍ່ລົງຍຶ່ງສູງຂຶ້ນເປັນລຳດັບ.



ດັ່ງນັ້ນທົ່ວສັງຄົມເຮົາ, ຈົ່ງຮ່ວມແຮງຮ່ວມໃຈປະກອບສ່ວນວັດຖຸປັດໄຈຕ່າງໆ ເພື່ອຊ່ວຍກອບກູ້ເອົາຊີວິດຂອງຜູ້ປະສົບໄພຮ້າຍແຮງດັ່ງກ່າວ, ນັບທັງເບື້ອງສາທາລະນາສຸກ ກໍຕ້ອງໄດ້ຮີບຮ້ອນສົ່ງພະນັກງານແພດໝໍ, ຢາປົວພະຍາດທີ່ຈຳເປັນຕ່າງໆ ລົງຊ່ວຍເຫລືອ ເຂົາເຈົ້າໃຫ້ວ່ອງໄວທັນການ.
ຢ່າເຮັດດັ່ງຫລາຍບ່ອນຜ່ານມາຈົນນຳແຫ້ງລົງແລ້ວຈິ່ງຄ່ອຍຖະຍອຍກັນນເອົາເຄື່ອງບັນເທົາທຸກຕ່າງໆ ລົງຊ່ວຍເຫລືອບາງແຫ່ງ ຈົນໃຊ້ບໍ່ໝົດ. ແຕ່ໃນສະພາບເຄັ່ງຮ້ອນນີ້ພວກເຮົາບໍ່ຄວນເມີນເສີຍ, ໂດຍສະເພາະທາງຄະນະກຳມະການຕ້ານໄພພິບັດແຫ່ງຊາດ ຍິ່ງຈະຕ້ອງໄດ້ເປັນເຈົ້າການຫລາຍຂຶ້ນ./.

