ຊາຍອາເມລິກາຄົນໜຶ່ງຮັກສາສິ້ນສວນມະນຸດໄວ້ໃນເຮືອນ

ຮຽບຮຽງໂດຍ: ລູກເມືອງພວນ

     Robert Williams ຖືກເຈົ້າໜ້າທີ່ຈັບກຸມ, ຍ້ອນ ກວດພົບເຫັນຫຼາຍສິ້ນສ່ວນ ຂອງມະນຸດ ຊຸກເຊື່ອງໄວ້ໃນເຮືອນຂອງເຂົາຢູ່ທີ່ ເມືອງ Newark, ລັດ New Jersey.

ຢູ່ທີ່ສານ, ໃນວັນທີ 26 ສິງຫາຜ່ານມານີ້, ໄອຍະການຄຸ້ມ Essex, ລັດ New Jersey ໄດ້ຮຽກ Williams, ອາຍຸ 53 ປີວ່າ “ຕົວອັນຕະລາຍຂອງສັງຄົມ”, ພາຍຫຼັງ ເຈົ້າໜ້າທີ່ກ່ຽວຂ້ອງສືບຮູ້ວ່າ ເຂົາໄດ້ສະສົມສິ້ນສ່ວນມະນຸດໄວ້ໃນເຮືອນຂອງເຂົາ.

ວັນທີ 15 ສິງຫາຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດລັດ New Jersey ໄດ້ໄປກວດ ຄົ້ນເຮືອນຂອງເຂົາຢູ່ເມືອງ Newark ໃນຂໍ້ກ່າວຫາວ່າເຂົາໄດ້ລ່ວງລະເມີດທາງເພດກັບເດັກຊາຍອາຍຸ 13 ປີຕະຫຼອດຫຼາຍເດືອນ. ພາຍຫຼັງກວດຄົ້ນເຈົ້າໜ້າທີ່ໄດ້ພົບ ເຫັນຫຼາຍສິ້ນສ່ວນຂອງມະນຸດຢູ່ໃນຮ້ານບູຊາຂອງເຂົາ.

Williams ຖືກຈັບ ແລະ ຖືກດຳເນີນຄະດີໃນຂໍ້ຫາລ່ວງລະເມີດຊາກສົບຄົນຕາຍ ແລະ ລ່ວງລະເມີດທາງເພດເດັກ, ຢູ່ໃນສານເຂົາປະຕິເສດຂໍ້ ກ່າວຫາທຸກຢ່າງ.

ເຈົ້າໜ້າທີ່ຍັງບໍ່ສາມາດ ກຳນົດຄຸນລັກສະນະຂອງ ຜູ້ຕາຍໄດ້, ແຕ່ຜູ້ຊ່ວຍໄອຍະການຂອງຄຸ້ມ Essex Michael Morris ໃຫ້ຮູ້ວ່າ: ບັນຫາດັ່ງກ່າວບໍ່ພົວພັນຫຍັງກັບການລ່ວງລະເມີດທາງເພດເດັກນ້ອຍ. Morris ເວົ້າວ່າ: ການຄົ້ນພົບສິ້ນສ່ວນມະນຸດໃນຖັງຢາງນັ້ນ, ສະແດງວ່າຜູ້ຊາຍຄົນນີ້ “ ມີພຶດຕິກຳທີ່ສາມານ, ອາດຈະມີ ຄວາມອັນຕະລາຍເຖິງຊີວິດ ຂອງຫຼາຍຄົນ ”

ຜູ້ພິພັກສາ ໄດ້ອອກຄຳ ສັ່ງໃຫ້ກັກຂັງ Williams ຊົ່ວໄລຍະໜຶ່ງເພື່ອສືບສວນສອບສວນ. ເຂົາອາດຈະຖືກຈຳຄຸກຢ່າງໜ້ອຍທີ່ສຸດ 25 ປີໃນຂໍ້ກ່າວຫາທີ່ຮຸນແຮງ ໃນການລ່ວງລະເມີດທາງເພດເດັກອາຍຸຕໍ່າກວ່າ 13 ປີ. ເຂົາຍັງຈະຖືກດຳເນີນຄະດີ ຂຶ້ນສານໃນວັນທີ 16 ກັນຍາ ນີ້ຕື່ມອີກ.

(ຈຳເລີຍ Robert Williams. ພາບປະກອບຈາກ AP)
  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ