ບໍລິສັດ ພູເບ້ຍ ມາຍນິງ ສະໜັບສະໜູນການວັດແທກຄຸນນະພາບນໍ້າຢູ່ແຂວງໄຊສົມບູນ

ໃນວັນທີ 22 ສິງຫາຜ່ານມານີ້, ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ (PBM) ໄດ້ມອບເຄື່ອງວັດແທກຄຸນນະພາບນໍ້າ 2 ເຄື່ອງໃຫ້ແກ່ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊສົມບູນ, ທ່ານ ແສງປັນຍາ ລັດຕະນະວົງ, ຢູ່ທີ່ພິທີມອບຮັບເຊິ່ງເປັນກຽດເຂົ້າຮ່ວມໂດຍຜູ້ຈັດການຝ່າຍສິ່ງແວດລ້ອມ ແລະ ການປິດບໍ່ຂອງບໍລິສັດ ພູເບ້ຍ ມາຍນິງ, ທ່ານ ປີເຕີ ເບລີສ໌ ແລະ ສະມາຊິກຂັ້ນສູງຂອງພະແນກສິ່ງແວດລ້ອມ.
ອຸປະກອນດັ່ງກ່າວມີມູນຄ່າຫຼາຍກວ່າ 8.000 ໂດລາສະຫະລັດ, ເຊິ່ງຈະຊ່ວຍສະໜັບສະໜູນການຄຸ້ມຄອງຄຸນນະພາບນໍ້າທີ່ຢູ່ໃກ້ກັບໂຮງງານຂອງບໍລິສັດ. ນອກຈາກນັ້ນ, ບໍລິສັດຍັງສືບຕໍ່ສະໜັບສະໜູນດ້ານການຝຶກອົບຮົມຢ່າງຕໍ່ເນື່ອງ ແລະ ໃຫ້ການດູແລຮັກສາເຄື່ອງວັດແທກຄຸນນະພາບນໍ້າດັ່ງກ່າວເປັນເວລາ 1 ປີ.
ຊຶ່ງອຸປະກອນນີ້ໄດ້ມອບໃຫ້ພະນັກງານປະຈໍາຢູ່ພາກສະໜາມຂອງໂຮງງານຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ.
ປະທານບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຈັນເພັງ ບຸນນະຜົນ ໄດ້ກ່າວວ່າການປະກອບສ່ວນໃນຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງບໍລິສັດຕໍ່ການປົກປ້ອງຄຸນນະພາບນໍ້າທີ່ຢູ່ໃນຕອນລຸ່ມໃນທ້ອງຖິ່ນຕໍ່ການຄຸ້ມຄອງສິ່ງແວດລ້ອມ.
ບໍລິສັດ ພູເບ້ຍ ມາຍນິງ ໄດ້ຖືເອົາການຄຸ້ມຄອງນໍ້າເປັນໜຶ່ງໃນຂົງເຂດທີ່ສໍາຄັນດ້ານສິ່ງແວດລ້ອມ, ໂດຍມີພະນັກງານທີ່ໄດ້ຜ່ານການຝຶກອົບຮົມມາເປັນຢ່າງດີ ເພື່ອເຮັດວຽກຮ່ວມກັບພະນັກງານຂອງລັດໃນການຕິດຕາມກວດສອບຄຸນນະພາບນໍ້າຢູ່ສາຍນໍ້າຕອນລຸ່ມໃນການເກັບຕົວຢ່າງນໍ້າ ແລະ ລາຍງານຜົນໂດຍທຽບໃສ່ມາດຕະຖານຕ່າງໆຂອງສາກົນເຊັ່ນ: ທະນາຄານໂລກ ແລະ ຫຼັກການດ້ານຄຸນນະພາບນໍ້າຂອງລາວ.”

