ກຽມຮັບມືກັບໄພທຳມະຊາດໃຫ້ດີ


ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ພໍຕົກມາລະດູຝົນນີ້, ບໍ່ວ່າປີໃດກໍມັກຈະມີໄພທຳມະຊາດເກີດຂຶ້ນ, ຍ້ອນພະຍຸ, ນ້ຳຖ້ວມ, ດິນເຊາະເຈື່ອນ ແລະ ອຸທົກກະໄພຕ່າງໆ, ກໍ່ໃຫ້ເກີດຄວາມເສຍຫາຍນັບທັງຊີວິດ, ຊັບສິນ, ເຮືອນຊານ ບ້ານຊ່ອງ, ໄຮ່ນາຮົ້ວສວນ, ຜົນລະປູກ ແລະ ສັດສາວາສິງຕ່າງໆ, ແຕ່ຕໍ່ສະພາບ ດັ່ງກ່າວເຮົາຈະມີວິທີການຮັບມືກັບມັນແນວໃດ? ນີ້ແມ່ນຄຳຖາມທີ່ພວກເຮົາຈະຕ້ອງໄດ້ແກ້ເພື່ອຫລຸດຜ່ອນຄວາມເສຍຫາຍດັ່ງກ່າວ.

ຕໍ່ຄຳຕອບນີ້, ໃນຜ່ານມາພັກ ແລະ ລັດຖະບານເຮົາກໍໄດ້ມີນະໂຍບາຍໄວ້ແລ້ວຄື: ຍຸດທະສາດຕ້ານແລ້ງ, ຕ້ານຖ້ວມ, ທີ່ພວກເຮົາເຄີຍໄດ້ປະຕິບັດມາ, ຕະຫລອດຮອດການຈັດຕັ້ງ ຄະນະກຳມະການຕ້ານໄພພິບັດແຫ່ງຊາດໃນລະດັບຕ່າງໆ ແລະ ໃນຕົວຈິງແລ້ວຜ່ານມາເຮົາກໍເຮັດໄດ້ຢ່າງຫລວງຫລາຍໃນການຊ່ວຍເຫລືອ, ກອບກູ້ເອົາຊີວິດ ແລະ ຜົນເສຍຫາຍຕ່າງໆ ຈາກໄພພິບັດດັ່ງກ່າວ ແຕ່ໃນຂະນະດຽວກັນກໍມີຜູ້ຊ້ຽວຊານຫລາຍຄົນໃຫ້ຂໍ້ຄິດເຫັນຕື່ມວ່າ: ສ່ວນຫລາຍເຮົາເຮັດໄດ້ແມ່ນການແກ້ໄຂປາຍເຫດ, ສ່ວນການຮອງຮັບແຕ່ຫົວທີແມ່ນຍັງເຮັດໄດ້ໜ້ອຍຕົວຢ່າງຄື: ການປູກເຂົ້າຫລືຜົນຜະລິດຕ່າງໆ ໃນເຂດຕ່ຳ ເຊິ່ງປີໃດກໍມັກເກີດມີນ້ຳຖ້ວມແຕ່ແລ້ວພວກເຮົາກໍຍັງບໍ່ທັນປ່ຽນແປງໄປປູກ, ໄປຜະລິດໃນລະດູອື່ນ, ດ້ວຍພືດຜົນຊະນິດອື່ນເພື່ອຫລີກເວັ້ນຈາກໄພທຳມະຊາດດັ່ງກ່າວ, ນັບທັງການຕັ້ງບ້ານເຮືອນຢູ່ເຂດຕ່ຳ, ແຄມແມ່ນ້ຳເມື່ອຮອດລະດູຝົນມານອນກໍບໍ່ລັບ, ບາງປີນ້ຳຍຶ່ງຖ້ວມພັດເອົາທັງຊີວິດ, ເຮືອນຊານບ້ານຊ່ອງ ແລະ ຊັບສິນຕ່າງໆໄປຈົນນັບບໍ່ຖ້ວນ, ແຕ່ແລ້ວພວກເຮົາກໍຍັງບໍ່ມີຄວາມສາມາດຍົກຍ້າຍໄປຢູ່ບ່ອນທີ່ປອດໄພກວ່ານັ້ນໄດ້ຫລືຜູ້ຢູ່ເຂດພູດອຍ, ຕັ້ງບ້ານເຮືອນຢູ່ໃນເຂດຄ້ອຍຊັນເມື່ອຝົນຕົກແຮງລົງມາກໍອາດຈະກໍ່ໃຫ້ເກີດດິນເຈື່ອນຖົມ, ນ້ຳຊຸ, ພູຖະຫລົ່ມ ກໍ່ມັກເກີດມີຂຶ້ນດັ່ງພວກເຮົາໄດ້ເຫັນມາແລ້ວ, ແຕ່ກໍຍັງມີບໍ່ວິທີການປ່ຽນແປງໃດໆ, ແຕ່ລະມື້ກໍຍັງເອົາຊີວິດຂອງຕົນປະປ່ອຍໄປຕາມທຳມະຊາດ, ສິ່ງນີ້ມັນເຖິງເວລາແລ້ວເບື້ອງລົດເຮົາ, ອຳນາດການປົກຄອງທ້ອງຖິ່ນຄວນຈະມີມາດຕະການເຂັ້ມງວດຕໍ່ການສ້າງບ້ານ, ປຸກເຮືອນຢູ່ເຂດປອດໄພໃຫ້ເປັນໜຶ່ງ, ເພື່ອຊ່ວຍຫລີກເວັ້ນຄວາມສ່ຽງຕ່າງໆຕໍ່ໄພທຳມະຊາດ ແລະ ເບື້ອງການຜະລິດກໍຄືກັນ, ສູນກະສິກຳບ່ອນຄົ້ນຄວ້າທົດລອງແນວພັນພືດຕ່າງໆ ກໍຄວນຄິດວ່າເຮົາຈະຫັນປ່ຽນລະດູການຜະລິດເພື່ອຫລີກເວັ້ນສະພາບນ້ຳຖ້ວມນັ້ນໄປສູ່ລະດູອື່ນໄດ້ແນວໃດ! ແລະ ດ້ວຍພືດຜົນອັນໃດ!, ພ້ອມນັ້ນກໍແມ່ນການເຮັດວຽກໂຄສະນາເຜີຍແຜ່ບົດຮຽນ ແລະ ມາດຕະການຕ່າງໆ ເພື່ອຮັບມືກັບໄພທຳມະຊາດໃຫ້ປະຊາຊົນໄດ້ທົ່ວເຖິງພ້ອມຕອບສະໜອງເງື່ອນໄຂ ແລະ ອຸປະກອນຕ່າງໆ ທີ່ຈຳເປັນໃຫ້ເຂົາເຈົ້າໄດ້ພຽງພໍຕົວຢ່າງຄືຢູ່ເຂດພື້ນທີ່ຕ່ຳມັກຈະມີນ້ຳຖ້ວມນັ້ນກໍອາດຈະປະກອບເຮືອຈັກ, ເຮືອພາຍໄວ້ໃຫ້ເຂົາເຈົ້າພ້ອມຕອບສະໜອງເຄື່ອງບໍລິໂພກຕ່າງໆ ໃຫ້ພຽງພໍສິ່ງນີ້ກໍຈະຊ່ວຍຫລຸດຜ່ອນຄວາມສູນເສຍນັ້ນລົງໄດ້ໃນສ່ວນໃດໜຶ່ງ./.

