ພະຍາດອະຫິວາໝູຍັງລະບາດໜັກຢູ່ຫລາຍແຂວງ

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດຍັງພົບເຫັນການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຈາກຜົນການວິໄຈຢູ່
15 ແຂວງຄື:
ສາລະວັນ,
ສະຫວັນນະເຂດ,
ນະຄອນຫລວງວຽງຈັນ,
ຫົວພັນ,
ຜົ້ງສາລີ,
ບໍລິຄໍາໄຊ,
ໄຊສົມບູນ,
ເຊກອງ,
ຊຽງຂວາງ,
ຫລວງພະບາງ,
ອຸດົມໄຊ,
ຫລວງນໍ້າທາ,
ວຽງຈັນ,
ຄໍາມ່ວນ
ແລະ
ແຂວງອັດຕະປື
ເຊິ່ງກວມເອົາ
37 ເມືອງ, 79 ບ້ານ. ເຊິ່ງມີຈໍານວນໝູນັບຫລາຍແສນໂຕ. ໃນນັ້ນ,
ໄດ້ມີໝູຕາຍ
ແລະ
ຂ້າທໍາລາຍຖິ້ມຈໍານວນ
9.300 ກວ່າໂຕ.

ກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ຕື່ມວ່າ: ສໍາລັບແຂວງທີ່ຍັງບໍ່ທັນມີ ການລະບາດຂອງພະຍາດດັ່ງກ່າວມີພຽງ ຈໍາປາສັກ, ບໍ່ແກ້ວ ແລະ ໄຊຍະບູລີ. ພ້ອມນີ້, ໄດ້ສົ່ງພະນັກງານສະເພາະກິດລົງສົມທົບກັບແຂວງ-ເມືອງ ແລະ ບ້ານດໍາເນີນມາດຕະຖານການຄວບຄຸມຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ ແລະ ຊິ້ນສ່ວນໝູໃນເຂດທີ່ມີໝູຕິດເຊື້ອຢ່າງເດັດຂາດ, ອະນາໄມຂ້າເຊື້ອຢ່າງເປັນປະຈໍາຕາມຫລັກວິຊາການ ແລະ ສຸມໃສ່ລົງຕິດຕາມກວດກາເຝົ້າລະວັງບໍ່ໃຫ້ເຄື່ອນຍ້າຍໝູອອກຈາກຈຸດ ຫລື ເຂດລະບາດຕ່າງໆຢ່າງເຂັ້ມງວດ ເພື່ອສະກັດກັ້ນບໍ່ໃຫ້ແຜ່ລະບາດໄປເປັນ ວົງກວ້າງ ແລະ ຕັ້ງຈຸດກວດກາເພີ່ມຕື່ມ, ຈັດອົບຮົມຟື້ນຖານ, ຈັດຕັ້ງລະບົບ ການຄວບຄຸມ ພ້ອມທັງລົງໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນການລະບາດ ພ້ອມທໍາລາຍໝູທີ່ຕິດເຊື້ອດັ່ງກ່າວ ແລະ ແນະນໍາໃຫ້ປະຊາຊົນແຕ່ລະແຂວງ-ເມືອງ ແລະ ບ້ານ ເປັນເຈົ້າການສະກັດກັ້ນໃຫ້ມີປະສິດທິຜົນ.

