5 ຂະບວນການຄິດທີ່ປະສົບຜົນສຳເລັດຂອງ ບິວເກດ


ແນ່ນອນວ່າ ຄົງບໍ່ມີໃຜທີ່ບໍ່ຮູ້ຈັກຜູ້ຊາຍຄົນນີ້ William Henry Gates III ຫຼືທີ່ເຮົາຮູ້ຈັກກັນດີໃນຊື່ ບິວເກດ ຜູ້ທີ່ມາປ່ຽນໂລກດ້ວຍການຄິດຄົ້ນນະວັດຕະກຳ ໂປຣແກຣມທາງຄອມພິວເຕີຜູ້ກໍ່ຕັ້ງບໍລິສັດຍັກໃຫຍ່ ໄມໂຄຣຊອບ ສິ່ງທີ່ຄູຄວນແກ່ການເຊີດຊູຄື ບິວເກດ ຍັງເປັນຜູ້ໃຈບຸນກໍ່ຕັ້ງມູນລະນິທິ ບໍລິຈາກເງີນມາແລ້ວຢ່າງຫຼວງຫຼາຍນັບບໍ່ຖ້ວນ ເວົ້າໄດ້ວ່າ ເປັນຄົນທີ່ ເກັ່ງ ລວຍ ແລະມີຈິດໃຈໂອບເອື້ອອາລີ ຕໍ່ຜູ້ທີ່ດ້ອຍໂອກາດອີກດ້ວຍ
ແຕ່ສິ່ງທີ່ໜ້າສົນໃຈຂອງ ບິວເກດ ໄປຫຼາຍກວ່ານັ້ນຄືແນວຄິດໃນການສ້າງຄວາມມັ່ງຄັ່ງໃນການສ້າງຊີວິດໃຫ້ປະສົບຄວາມສຳເລັດຈົນມາເຖີງທຸກວັນນີ້ ແລະ ນີ້ຄື ຂະບວນການຄິດທີ່ນຳພາໃຫ້ເຂົາໄປສູ່ຄວາມສຳເລັດມີດັ່ງນີ້
- ການຕັ້ງເປົ້າໝາຍທີ່ຊັດເຈນແລະທ້າທາຍ
ແນວຄິດນີ້ຖືວ່າເປັນສິ່ງສຳຄັນທີ່ສຸດ ບິວເກດ ເຊື່ອວ່າການທີ່ເຮົາຈະປະສົບຜົນສຳເລັດໄດ້ ຈົນຄົນອື່ນບໍ່ເຊື່ອວ່າເຮັດໄດ້ ເປັນເພາະພວກເຂົາມີເປົ້າໝາຍທີ່ຊັດເຈນ ແນ່ນອນ ແລະສາມາດຄິດອອກມາເປັນພາບໃນຫົວສະໝອງ ແລະເປົ້າໝາຍນັ້ນຕ້ອງມີຄວາມທ້າທາຍຕົນເອງ ເຖີງແມ່ນວ່າຄົນອື່ນຈະເບິ່ງວ່າມັນເປັນໄປໄດ້ຍາກ ມັນເຮັດບໍ່ໄດ້! ແຕ່ເຮົາຕ້ອງເຊື່ອໃນເປົ້າໝາຍແລະວາງແຜນໃຫ້ເກີດຂຶ້ນໄດ້ແທ້
2. ມີຄວາມມຸ່ງໝັ່ນພະຍາຍາມ ແລະເຮັດໃຫ້ດີທີ່ສຸດໃນທຸກເລື່ອງ
ຄວາມສຳເລັດບໍ່ໄດ້ມາເພາະໂຊກຊ່ວຍ ສິ່ງທີ່ໄດ້ມາງ່າຍໆ ມັກຈະບໍ່ແມ່ນສິ່ງທີ່ຢູ່ຍືນນານ ແຕ່ສິ່ງເຮົາມຸ່ງໝັ່ນຕັ້ງໃຈເຮັດ ຫຼືສ້າງມັນຂຶ້ນມາດ້ວຍສອງມືເຮົາ ມັກຈະເປັນສິ່ງທີ່ປ່ຽນແປງຊີວິດຂອງເຮົາໄປຕະຫຼອດຊີວິດ
3. ບົດຮຽນຄວາມຜິດພາດສຳຄັນກວ່າຄວາມສຳເລັດໃນອາດີດ
“It’s fine to celebrate success but it’s more important to heed the lessons of failure” ຄວາມສຳເລັດຖືວ່າເປັນຄູ ແຕ່ອາດເຮັດໃຫ້ເຮົາຫຼົງຕິດກັບດັກຄວາມສຳເລັດ ເຊິ່ງຄິດວ່າຕົນຈະຕ້ອງສຳເລັດອີກຈົນເກີດຄວາມໝັ້ນໃຈຫຼາຍເກີນໄປແຕ່ຄວາມຜິດພາດຈະເປັນຄູທີ່ດີທີ່ສຸດ ເພາະຈະເຮັດໃຫ້ເຮົາຍິ່ງເພີ່ມຄວາມລະມັດລະວັງ ຕຽມປ້ອງກັນບໍ່ໃຫ້ເກີດປັນຫາຂໍ້ຜິດພາດເຊັ່ນເກົ່າອີກ ເພາະໃຊ້ເປັນຂໍ້ເຕືອນໃຈໃນຄວາມຜິດພາດ
ແມ້ແຕ່ບິວເກດ ກໍເຄີຍຜິດພາດມາກ່ອນ ເຊິ່ງໃນອາດີດ ບິວເກດ ເຄີຍເຮັດແພັດຟອມດ້ານການເກັບຂໍ້ມູນເທິງຖະໜົນ ແລະວິເຄາະການຈະລາຈອນ ແຕ່ກັບລົ້ມເຫຼວຂາດທຶນໄປຫຼາຍພັນລ້ານໂດລາ
4. ເຮັດຕາມສຽງຫົວໃຈຂອງຕົນເອງ
ບິວເກດ ບອກໄວ້ສະເໝີວ່າ ຈົ່ງເຮັດຕາມສຽງຫົວໃຈທີປາຖະໜາ ເພາະວ່າມັນຈະເຮັດໃຫ້ເຮົາຍິ່ງເຂົ້າໃກ້ຄວາມ ສຳເລັດ ເຖີງແມ່ນວ່າບໍ່ສາມາດເຮັດໃຫ້ເຮົາມັ່ງຄັ່ງໄດ້ໂດຍໄວ ແຕ່ການເຮັດຕາມຝັນໄປເທື່ອລະຂັ້ນ ຈະເປັນໂຕຜັກດັນໃຫ້ເຮົາຮຽນຮູ້ ແລະເກັ່ງຂຶ້ນ ຈົນວັນໜຶ່ງທີ່ເຮົາປະສົບຄວາມສຳເລັດ ແລ້ວຄວາມມັ່ງຄັ່ງຈະຕາມມາໃນທີ່ສຸດ
5. ເຮັດທຸກຢ່າງໃຫ້ໄວ ແລະມີກົນລະຍຸດທີ່ດີ
ການເຮັດຄວາມເຂົ້າໃຈເລື່ອງຍາກໃຫ້ເປັນເລື່ອງງ່າຍ ການຄິດແຜນຫຼືການບໍລິຫານງານ ບໍລິຫານເງີນ ເຮັດດ້ວຍຄວາເຂົ້າໃຈທີ່ເຮົາມີ ບໍ່ເຮັດຫຍັງທີ່ຊັບຊ້ອນເກີນຄວາມຮູ້ຄວາມເຂົ້າໃຈຂອງຄົນທົ່ວໄປ ອອກຜະລິດຕະພັນທີ່ຄົນທົ່ວໄປສາມາດເຂົ້າໃຈແລະໃຊ້ງານໄດ້ຢ່າງມີປະສິດທິພາບ ແລະສ້າງກົນລະຍຸດທຸກຄັ້ງເພື່ອໃຫ້ໄປສູ່ເປົ້າໝາຍ
5 ກະບວນການຄິດສ້າງຄວາມມັ່ງຄັ່ງຂອງ ບິວເກດ ນັ້ນ ເຊື່ອໄດ້ເລີຍວ່າ ບໍ່ມີພຽງແຕ່ເລື່ອງການສ້າງເນື້ອສ້າງໂຕ ແຕ່ຍັງສາມາດນຳໄປປັບໃຊ້ໃນການຮຽນ ການເຮັດວຽກ ການດຳເນີນທຸລະກິດອື່ນໆ ໄດ້ອີກດ້ວຍ ແຕ່ສິ່ງທີ່ໜ້າປະທັບໃຈກວ່ານັ້ນ ບິວເກດ ອາຍຸ 52 ປີ ໄດ້ວາງມືຈາກການເປັນ CEO ບໍລິສັດໄມໂຄຣຊອບ ເພື່ອກໍ່ຕັ້ງມູນລະນິທິ “Bill & Melinda Gates Foundation
ຈຸດມຸ່ງໝາຍຫຼັກກໍຄື ເພື່ອປັບປຸງການບໍລິຫານສຸຂະພາບ ລົດຄວາມຍາກຈົນທົ່ວໂລກ ແລະໃນສະຫະລັດອາເມລິກາເພື່ອຂະຫຍາຍໂອກາດການສຶກສາແລະການເຂົ້າເຖີງເຕັກໂນໂລຊີສານສົນເທດ

