ກອງປະຊຸມຄົບຄະນະບໍລິຫານງານພັກເມືອງທ່າແຕ່ງທາບທາມບຸກຄະລາກອນໃນໂຄງປະກອບຄະນະພັກເມືອງຊຸດໃໝ່

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ທ່າແຕງ ແຂວງເຊກອງຄັ້ງທີ 10 ສະ ໄໝທີ V ໄດ້ສໍາເລັດລົງໃນ ວັນທີ 15 ສິງຫານີ້, ພາຍຫຼັງ ໄດ້ດໍາເນີນມາເປັນເວລາ 2 ວັນຢູ່ ທີ່ສະໂມສອນ ຂອງ ເມືອງ ດັ່ງກ່າວ, ເຊິ່ງກອງປະ ຊຸມໄດ້ຮັບຟັງການຜັນຂະຫຍາຍມະຕິ 8 ສະໄໝທີ X ຂອງພັກ ແລະ ຮັບຟັງມະຕິ 9 ສະໄໝທີ IX ຂອງອົງຄະ ນະພັກແຂວງ,ດໍາລັດ 461/ ລບ ວ່າດ້ວຍມາດຖານຕໍາແໜ່ງບໍລິຫານຂອງລັດຖະກອນ, ຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ທ່າແຕງ ວ່າດ້ວຍ ຖອນຮອງເຂດຈຸດສຸມພັດທະນາທົ່ວເມືອງກັບຄືນກົມ ກອງເກົ່າ ແລະ ແຕ່ງຕັ້ງຮອງ ເຂດຈຸດສຸມຊຸດໃໝ່, ພ້ອມນັ້ນ ກໍໄດ້ທາບທາມ ບຸກຄະລາກອນເພື່ອປະກອບສ່ວນໂຄງ ປະກອບຄະນະພັກເມືອງ ສະໄໝທີ VI ຮອບທີ 1 ກອງປະ ຊຸມໄດ້ຜ່ານແຜນພັດທະນາເສດຖະກິດສັງຄົມ 6 ເດືອນ ທ້າຍ ປີ 2019 ໃຫ້ໄປລວງ ດຽວກັນເປັນຕົ້ນ: ສືບຕໍ່ເຮັດ ໃຫ້ເມືອງ ທ່າແຕງມີຄວາມ ສະຫງົບໂດຍພື້ນຖານ, ຫຼຸດ ຜ່ອນບັນຫາປະກົດການ ຫຍໍ້ທໍ້ໃນສັງຄົມ, ຮັບປະກັນ ໃຫ້ເສດຖະກິດຂະຫາຍຕົວ ຢ່າງຕໍ່ເນື່ອງໃນລະດັບ9,5- 10%, ຈັດເກັບລາຍຮັບໃຫ້ ໄດ້ 2.296 ລ້ານກີບ, ຊຸກຍູ້    4 ແຜນງານຂອງຂະແໜງ ກະສິກໍາໃຫ້ບັນລຸຕາມແຜນ ການ  ແລະ ເອົາໃຈໃສ່ກໍ່ ສ້າງ ຮາກຖານພັດທະນາຊົນນະ ບົດຮອບດ້ານຕິດພັນກັບ ດໍາລັດເລກທີ 348/ນຍ ລົງ ສູ່ຮາກຖານບ້ານ, ຊຸກຍູ້ການ ສຶກສາຂັ້ນພື້ນຖານໃຫ້ເຂັ້ມ ແຂງ, ຮັບປະກັນປະລິມານ ແລະຄຸນນະພາບການຮຽນ ທຸກຊັ້ນເພີ່ມຂຶ້ນ, ຍົກສູງຄຸນ ນະພາບດ້ານການບໍລິການ ຂອງໂຮງໝໍເມືອງ ແລະ ສຸກ ສາລາໃຫ້ເປັນທີ່ ເພິ່ງພໍໃຈ ຂອງສັງຄົມ, ກວດກາຄຸ້ມ ຄອງແຮງງານພາຍໃນ ແລະ ຕ່າງປະເທດໃຫ້ສອດຄ່ອງ ກັບກົດໝາຍລະບຽບການ ຊຸກຍູ້ສົ່ງເສີມວຽກງານ ທ່ອງທ່ຽວ ແລະ ເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມ ຂອງເຜົ່າ, ຂອງຊາດໃຫ້ ຍືນຍົງແນໃສ່ ເຮັດໃຫ້ມະຕິ 10 ສະໄໝທີ V  ຂອງກອງ ປະຊຸມຄົບຄະນະບໍລິຫານ ງານພັກເມືອງຄັ້ງນີ້ໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ຍົກສູງບົດບາດການເປັນ ແກນນຳໃນລະບົບການເມືອງ ພາຍໃນ ແລະ ຮັບປະກັນປະ ສິດທິພາບການບໍລິຫານລັດໃຫ້ມີຄວາມສັກສິດ, ປອດໃສ- ວ່ອງໄວ, ຄຸ້ມຄອງລັດ ຄຸ້ມຄອງສັງຄົມໃຫ້ໄປຕາມ ລະ ບຽບກົດໝາຍຍູ້ແຮງການພັດທະນາໃຫ້ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ໄດ້ຮັບການປັບປຸງດີຂຶ້ນເປັນລຳດັບ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ