ໂທມັສ ປີເຕີ ຄວ້າແຊ້ມກລ໊ອຟ ລາຍການ ດີພລັສດີ ຣຽວ ເຊັກ ມາສເຕີ

ໂທມັສ ປີເຕີ ນັກກລ໊ອຟ ຈາກ ແບນຊິກ ຄວ້າແຊ້ມ ດີ ພລັສດີ ຣຽວ
ເຊັກ ມາສເຕີ ທີ່ປະເທດສາທາລະນະລັດ ເຊັກດ້ວຍການຊະນະ ອາດຣີ ອາເນົາສ໌ ນັກກລ໊ອຟຈາກ
ແອັດສະປາຍໄປພຽງ 1 ສະໂຕຣກ ເທົ່ານັ້ນ.

ໂທມັສ ປີເຕີ ໂປຣ ກລ໊ອຟ ເຊື້ອສາຍແບນຊິກສ້າງຜົນງານໂດດເດ່ັນໃນການແຂ່ງ ຂັນວັນສຸດທ້າຍ ເມື່ອເກັບ ຄະແນນລວມ 4 ຮອບ 19 ອັນເດີພາ 269 ຄວ້າແຊ້ມການແຂ່ງຂັນກລ໊ອຟ ເອີໂຣ ປຽນທົວ ລາຍການ ດີພລັສ ດີ ຣຽວ ເຊັກ ມາສເຕີ ທີ່ນະ ຄອນ ປຣາກ ປະເທດສາທາລະນະລັດເຊັກ ເມື່ອວັນທີ 18 ສິງຫາ ທີ່ຜ່ານມານີ້
ນັກກິລາ ແບນຊິກ ເຊິ່ງ ເຮັດ 5 ເບີດີ້ ແຕ່ເສຍ 2 ໂບກີ້ ຄະແນນມື້ສຸດທ້າຍຢູ່ທີ 3 ອັນເດີພາ ແຕ່ກໍພຽງພໍທີ່ຈະຍຶດຕຳແໜ່ງຜູ້ນຳເໜືອ ອາດຣີ ອາເນົາສ໌ ໂປຣກລ໊ອຟ ຈາກແອັດສະປາຍ ທີ່ເຮັດ ຄະແນນລວມ 18 ອັນເດີພາ 270 ພຽງແຕ່ 1 ສະໂຕຣກ ເທົ່ານັ້ນເຂົາກ່າວວ່າ:“ຂ້ອຍຮູ້ສຶກດີໃຈຫຼາຍ ເຊິ່ງດົນເກືອບ 3 ປີ ມາແລ້ວທີ່ຂ້ອຍ ໄດ້ຫ່າງ ຫາຍຈາກການເປັນແຊ້ມ”

