ລົດຕູ້ໂດຍສານແຮງງານລາວປະທະລົດພ່ວງເສຍຊີວິດຄາທີ່ 11 ສົບ ທີ່ແຂວງສະແກ້ວ ປະເທດໄທ

ຕາມການລາຍງານຂອງສຳນັກຂ່າວໄທໃຫ້ຮູ້ວ່າໃນເວລາ 4 ໂມງເຊົ້າ ຂອງວັນທີ 18 ສິງຫາ ທີ່ຜ່ານມານີ້ ໄດ້ເກີດອຸປະຕິເຫດລົດຕູ້ໂດຍສານ 13 ບ່ອນນັ່ງທີ່ບັນທຸກແຮງງານ ລາວ ປ້າຍທະບຽນ 34-0405 ກຸງເທບມະຫານະຄອນ ປະທະກັບລົດພ່ວງ 18 ລໍ້ ປ້າຍທະບຽນ 70-1234 ອຸດຕາລະດິດ ຢ່າງແຮງຢູ່ເສັ້ນທາງ 317 ສະແກ້ວ-ຈັນທະບູຣີ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 11 ສົບ ແລະບາດເຈັບສາຫັດອີກ 4 ຄົນ ໂດຍລົດຕູ້ດັ່ງກ່າວ ກໍາລັງເດີນທາງຈາກກຸງເທບເພື່ອໄປຈໍ້າກາໜັງສືເດີນທາງທີ່ແຂວງ ຈັນທະບູຣີ, ຕາມການກວດສອບຂອງເຈົ້າໜ້າທີ່ໄດ້ພົບສະພາບລົດຕູ້ ຍຸບລົງໄປເຄິ່ງຄັນ ມີຜູ້ເສຍຊີວິດຄາທີ່ 11 ສົບ ເປັນແຮງງານລາວ 10 ສົບ ແລະອີກ 1 ສົບ ເປັນຄົນຂັບລົດ ສ່ວນລົດພ່ວງໄດ້ຮັບຄວາມເສຍຫາຍບໍລິເວນດ້ານໜ້າຂອງລົດ ມີຜູ້ບາດເຈັບ 1 ຄົນເຊິ່ງເປັນຄົນຂັບລົດຄັນດັ່ງກ່າວ. ໂດຍເຈົ້າໜ້າທີ່ໄດ້ຮວບຮວມລາຍຊື່ຜູ້ທີ່ເສຍຊີວິດແລະບາດເຈັບໄດ້ດັ່ງນີ້:
ລາຍຊື່ຜູ້ເສຍຊີວິດ
1. ທ.ຫັດທະສິນ ສິລິສັກ 2. ນ.ບົວເຄືອ ພັນທະວົງສາ 3. ນ.ໄກສອນ (ບໍ່ຮູ້ນາມສະກຸນ) 4. ນ.ແສງເດືອນ ແກ້ວກຸນນະວົງ 5. ນ.ບົວເຄືອ ດວງມາລາ 6. ທ.ລີວົງ ນວຍພັດທະນາ 7. ນ.ສີພອນ ເກດສະໜາ ແລະອີກ 3 ຄົນຍັງບໍ່ຮູ້ຊື່, ສ່ວນຄົນຂັບລົດຕູ້ໄທຊື່ ທ້າວສັນເສີນ ສະທອງຂັນ ເປັນຜູ້ທີ 11
ລາຍຊື່ຜູ້ທິ່ໄດ້ຮັບບາດເຈັບມີດັ່ງນີ້: 1. ທ.ທັດ ພ້ອມປະເສີດ 2. ທ.ທັດທະສິມ ສິລິສັກ 3. ນ.ເກດສະໜາ ສິຣິພອນ 4. ທ.ສຸບິນ ເພັງໝູ (ຄົນຂັບລົດພ່ວງຄົນໄທ)
ຈາກການສັນນິຖານຂອງຕຳຫຼວດແລ້ວ ສາເຫດອາດເກີດມາຈາກຄົນຂັບລົດຕູ້ມີອາການຫຼັບໃນ ພ້ອມທັງຂັບຂີ່ລົດປະໝາດ ດ້ວຍຄວາມໄວເກີນທີ່ກຳນົດທີ່ກົດໝາຍວາງໄວ້ ຈິ່ງເກີດເຫດການອັນເສົ້າສະຫຼົດໃນຄັ້ງນີ້ຂຶ້ນ

