ກອຍກາສະໜອງທຶນ 1,2 ລ້ານໂດລາສະຫະລັດຊ່ວຍຟື້ນຟູຊີວິດການເປັນຢູ່ຂອງຊາວເມືອງສະໜາມໄຊ

ທ້າຍອາທິດຜ່ານມານີ້, ອົງການຮ່ວມມືສາກົນ ສ.ເກົາຫລີ (ກອຍກາ) ຕົກລົງສະໜອງທຶນ 1,2 ລ້ານໂດລາສະຫະລັດ ເພື່ອຊ່ວຍຟື້ນຟູຊີວິດການເປັນຢູ່ຂອງຊາວເມືອງສະໜາມໄຊແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກອຸປະຕິເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງເມື່ອເດືອນກໍລະກົດ 2018 ຜ່ານມາ, ຊຶ່ງພິທີມອບ-ຮັບການຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນລະຫວ່າງທ່ານ ຊັງຊູ ໂອ ຜູ້ຕາງໜ້າຈາກອົງການກອຍກາ ແລະ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ຄໍາແພງ ໄຊສົມແພງ ລັດຖະ
ມົນຕີກະຊວງດັ່ງກ່າວ ແລະ ທ່ານ ຊິນ ຊ່ອງ ຊຸນ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໃນປີ 2018 ຜ່ານມາ ສປປ ລາວ ໄດ້ເກີດເຫດການໄພພິບັດນ້ຳຖ້ວມ ສົ່ງຜົນກະທົບໂດຍກົງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ທີ່ຢູ່ອາໄສຂອງປະຊາຊົນ, ພື້ນຖານໂຄງລ່າງດ້ານກະສິກຳ, ການຄົມມະນາຄົມຂົນສົ່ງ, ໂຮງຮຽນ, ສຸກສາລາ, ລະບົບນ້ຳປະປາ, ໄຟຟ້າ ແລະ ສິ່ງແວດລ້ອມ ເປັນຈໍານວນຫລາຍ ແລະ ຮ້າຍແຮງທີ່ສຸດແມ່ນຜົນກະທົບຂອງໄພພິບັດນ້ຳຖ້ວມຈາກເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ ເຮັດໃຫ້ປະ ຊາຊົນເສຍຊີວິດ ແລະ ສູນຫາຍ 71 ຄົນ, ຫລາຍພັນຂາດທີ່ຢູ່ອາໄສ.
ທ່ານ ຄຳແພງ ໄຊສົມແພງ ເວົ້າວ່າ: ປັດຈຸບັນ, ພັກ ແລະ ລັດຖະບານ ກຳລັງສຸມໃສ່ສືບຕໍ່ໃຫ້ການຊ່ວຍເຫລືອບັນເທົາທຸກ ເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ໂຄງລ່າງພື້ນຖານຕ່າງໆຢູ່ເມືອງສະໜາມໄຊໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກຽມຄວາມພ້ອມຕ່າງໆເພື່ອສາມາດຮອງຮັບສະພາບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທ່ວງທັນເວລາ.

