5 ວິທີຊ່ວຍໃຫ້ເຊົາຕິດໂທລະສັບ

ຫາກທ່ານຕິດໂທລະສັບມືຖືຫລາຍເກີນໄປ ບໍ່ວ່າຈະແມ່ນໂລກອອນລາຍ
ຫລື ເກມອອນລາຍ ອາດເຮັດໃຫ້ທ່ານບໍ່ມີເວລາເຮັດ ແນວອື່ນເລີຍ ລວມໄປເຖິງບາງເທື່ອທ່ານອາດຈະຢາກເຊົາຫລິ້ນມັນ ແຕ່ກໍບໍ່ສາມາດຢຸດໄດ້. ມື້ນີ້ພວກເຮົາມີແນວຄິດໃໝ່ໆທີ່ຈະເຕືອນທ່ານວ່າທ່ານຄວນເຊົາຕິດໂທລະສັບມືຖືໄດ້ແລ້ວ.

ເຊົາຕິດໂທລະສັບມືຖື ລອງເຮັດ 5 ວິທີນີ້ :
1. ທ່ານຈະບໍ່ໄດ້ເຮັດສິ່ງອື່ນໆທີ່ມີຄວາມໝາຍ : ລອງຄິດແບບນີ້ ເວລາທີ່ທ່ານໃຊ້ໂທລະສັບ ຈະເປັນເວລາທີ່ທ່ານບໍ່ໄດ້ເຮັດສິ່ງອື່ນໆ ເຊັ່ນ : ການອອກໄປທ່ຽວກັບໝູ່ ຫລື ໄປຫາກິດຈະກຳຍາມວ່າງເຮັດ. ໃຫ້ຄິດວ່າຄວນໃຊ້ເວລາໃນຊີວິດຂອງທ່ານໃຫ້ຫລາຍຂຶ້ນ ກັບສິ່ງທີ່ມັນມີຄ່າ ແລະ ມີຄວາມໝາຍ.
2. ຖາມໂຕເອງວ່າທ່ານຢາກຈະເອົາໃຈໃສ່ຫຍັງ : ຖາມໂຕເອງວ່າທ່ານຢາກໃຫ້ຄວາມສົນໃຈກັບຫຍັງທີ່ບໍ່ແມ່ນແອັບພລິເຄຊັນໃນມືຖື ທ່ານເຄີຍສົງໄສຫລືບໍ່ວ່າເປັນຫຍັງແອັບຫລວງຫລາຍຈຶ່ງຟຣີ ນັ້ນເປັນຍ້ອນຜູ້ໂຄສະນາເປັນລູກຄ້າ ແລະ ຄວາມສົນໃຈຂອງທ່ານແມ່ນສິ່ງທີ່ຖືກຂາຍຄົນທີ່ອອກແບບແອັບຕ້ອງການຄວາມສົນໃຈຂອງເຮົາຕໍ່ແອັບນັ້ນ ເພາະມັນແມ່ນວິທີທີ່ພວກເຂົາໄດ້ ເງິນ.
3. ສ້າງແຮງຈູງໃຈທີ່ຈະເຕືອນທ່ານໃຫ້ເຖິງເປົ້າໝາຍ : ສ້າງແຮງຈູງໃຈທີ່ຈະເຕືອນທ່ານໃຫ້ເຖິງເປົ້າໝາຍ ແລະ ເຮັດໃຫ້ຊີວິດຂອງທ່ານງ່າຍຂຶ້ນ ຫາກທ່ານຢາກໃຊ້ເວລາອ່ານໜັງສືຫລາຍຂຶ້ນ ໃຫ້ວາງໜັງສືໄວ້ເທິງໂຕະຂ້າງຕຽງ, ຫາກທ່ານຢາກເຮັດອາຫານໃຫ້ຫລາຍຂຶ້ນ ໃຫ້ອອກໄປຍ່າງເລາະຕະຫລາດ.
4. ຫາກິດຈະກຳອື່ນໆເຮັດ : ທ່ານຕ້ອງສ້າງແຮງຈູງໃຈໃນການເຮັດກິດຈະກຳອື່ນໆ ບໍ່ວ່າຈະແມ່ນການອອກກຳລັງກາຍ, ການອ່ານໜັງສື ຫລື ຈະຫາກິດຈະກຳອື່ນໆເຮັດ ເຊັ່ນ : ທ່ານມັກອ່ານໜັງສືລອງໄປງານກ່ຽວກັບໜັງສື ຫລື ຕາມຮ້ານໜັງສື ຈະຊ່ວຍໃຫ້ທ່ານຢູ່ກັບກິດຈະກຳເຫລົ່ານັ້ນໄດ້ດົນຂຶ້ນຫລາຍກ່ວາຢູ່ກັບໂທລະສັບມືຖືກໍມີ.
5. ເອົາໃຈໃສ່ກັບຮ່າງກາຍຂອງທ່ານ : ເຊົາຫລິ້ນໂທລະສັບຂອງທ່ານແລ້ວລອງໄປຍ່າງຫລິ້ນ ໃນຕອນທຳອິດທ່ານອາດປະຫລາດໃຈທີ່ທ່ານຢາກຫລິ້ນໂທລະສັບຫລາຍ, ແຕ່ວ່າເມື່ອທ່ານລອງໃຊ້ເວລາກັບຮ່າງກາຍຂອງທ່ານ ລອງຊື່ນຊົມກັບທຳມະຊາດ, ຢູ່ກັບໂຕເອງ ໃນທີ່ສຸດທ່ານອາດພົບວ່າອາການຕິດມືຖືນັ້ນມັນຈະຫາຍໄປເອງ.

