6 ວິທີຊ່ວຍກຳຈັດກິ່ນເໝັນຈາກເກີບຜ້າ

ການໃສ່ເກີບຜ້າຊ່ວຍໃຫ້ການຍ່າງສະດວກສະບາຍ,
ແຕ່ຫາກເປັນຍາມຮ້ອນ,
ຍາມຝົນ ກິ່ນຂອງມັນກໍບໍ່ສະບາຍດັງປານໃດ
ເພາະເກີບຜ່ານທັງນຳ້ຝົນ, ຜ່ານທັງເຫື່ອ ເຮັດໃຫ້ເກີດກິ່ນເໝັນອັບ ຈຶ່ງມີວິທີກຳຈັດໄດ້ດັ່ງນີ້
:

1. ເຈ້ຍໜັງສືພິມ : ເວລາຊື້ເກີບໃໝ່ ສັງເກດບໍ່ວ່າຮ້ານເກີບມັກຈະເອົາເຈ້ຍໜັງສືພິມຍັດໃສ່ໃສເກີບ ບໍ່ວ່າຈະແມ່ນເກີບມື 1 ຫລື ມື 2 ບໍ່ສະເພາະແຕ່ເຮັດໃຫ້ເກີບຮັກສາຮູບຊົງຂອງເກີບຢ່າງດຽວ ແຕ່ມັນສາມາດຫລຸດກິ່ນເກີບໄດ້ນຳ, ແຕ່ຖ້າເໝັນ ແລະ ເປື້ອນຫລາຍ ເຈ້ຍກໍບໍ່ສາມາດກຳຈັດໄດ້ຄືກັນ.
2. ພື້ນຮອງເກີບ : ເມື່ອເຮົາໃສ່ເກີບຄູ່ນີ້ມາເປັນເວລາດົນ ກໍຍ່ອມເປັນທີ່ສະສົມສິ່ງເປິເປື້ອນໄປນຳໝັກໝົມໃນເກີບຈົນເກີດກິ່ນ ສະນັ້ນ ການປ່ຽນພື້ນຮອງເກີບກໍຈະຊ່ວຍໃຫ້ກິ່ນເໝັນອັບຫລຸດລົງໄດ້.
3. ແປ້ງ : ຫາກເກີດກິ່ນອັບ ແຕ່ບໍ່ມີເວລາຫລາຍພໍທີ່ຈະກຳຈັດກິ່ນ ກໍໃຊ້ແປ້ງເດັກນ້ອຍແທນ ເອົາມາໂຮຍໃສ່ໃນເກີບ ປ້ອງກັນຄວາມອັບຊຸ່ມ ແລະ ສາມາດຊ່ວຍຫລຸດຜ່ອນຄວາມເໝັນອັບໄດ້ນຳ.
4. ກາກກາເຟ : ຫາກໃຜກິນກາເຟຢູ່ເຮືອນແລ້ວມີກາກກາເຟກໍເອົາມາໃຊ້ໄດ້ເລີຍ ຫາກບໍ່ມີກໍສັ່ງຊື້ມາເກັບໄວ້ໃຊ້ໄດ້ ເພາະມີປະໂຫຍດຫລາຍ ສາມາດເອົາມາໃສ່ຖົງກາເຟ ຫລື ຖົງຕີນແບບບາງໆ ແລະ ເອົາໄປວາງໃນເກີບ ກິ່ນເໝັນອັບກໍຈະຈາງລົງໄດ້.
5. ຊັກ : ມື້ພັກ ມີແດດກ້າ ເວລາເຫລືອຫລາຍກໍຄວນຊັກເກີບ ເພາະເປັນວິທີກຳຈັດກິ່ນທີ່ດີສຸດ ຕາກໃສ່ແດດກ້າໆ ກິ່ນເໝັນກໍຈະຫາຍໄປ.
6. ເບກກິ່ງໂຊດາ ຫລື ຜົງຟູ : ມີປະໂຫຍດຫລາຍ ສາມາດເອົາມາໂຮຍໃສ່ໃນເກີບ ແລະ ຕາກແດດປະໄວ້ 1 ຊົ່ວໂມງເພື່ອຫລຸດກິ່ນເໝັນອັບໄດ້.

