ຄົ້ນພົບວັດຖຸບູຮານຢູ່ບ້ານໂພນ


ພາຍຫຼັງໄດ້ຮັບການລາຍງານຂອງພົນລະເມືອງດີ ປະຊາຊົນບ້ານໂພນ ເມືອງ ລະມາມ ແຂວງເຊກອງຄົ້ນພົບວັດຖຸບູຮານປະເພດ ເຄື່ອງປະດັບຂອງຄົນສະໄໝກ່ອນ, ມາ ວັນທີ 24 ກໍລະກົດນີ້, ຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ໄດ້ລົງເກັບກໍາຂໍ້ມູນຕົວຈິງກ່ຽວກັບວັດຖຸພັນທີ່ປະຊາຊົນບ້ານໂພນເມືອງລະມາມພົບເຫັນເພື່ອນໍາມາເກັບຮັກສາໄວ້ຢູ່ຫໍພິພິທະພັນມູນເຊື້ອຂອງແຂວງ.


ທ່ານ ວັນນາ ປະຊາຊົນ ບ້ານໂພນ ຜູ້ພົບເຫັນໃຫ້ຮູ້ວ່າ: ວັດຖຸພັນດັ່ງກ່າວໃນບໍລິເວນ ພື້ນທີ່ດິນນາຂອງຕົນໃນຂະ ນະທີ່ ກໍາລັງຂຸດດິນເພື່ອບຸກ ເບີກເນື້ອທີ່ນາ ໃໝ່ໃນລະຫວ່າງຕົ້ນເດືອນກຸມພາ ຜ່ານ ມານີ້, ເຊິ່ງປະກອບມີ: ປອກ ແຂນ ແປ 2 ອັນ, ປອກແຂນກົມ 1 ອັນ ແລະ ຊະນິດກົມໂກນກາງ 5 ອັນ, ກະດິ່ງຊະ ນິດຕ່າງໆທັງນ້ອຍ ແລະ ໃຫຍ່ທັງໝົດ 53 ອັນ ເຊິ່ງເປັນເຄື່ອງປະດັບເອຂອງຄົນສະໄໝກ່ອນ.
ຕາມການສັນນິຖານ ເປື້ອງຕົ້ນຂອງວິຊາການຫໍ ພິພິທະພັນມູນເຊື້ອ ແຂວງເຊກອງໃຫ້ຮູ້ວ່າ: ວັດຖຸພັນດັ່ງກ່າວແມ່ນເຄື່ອງປະດັບຂອງ ຄົນຍຸກສະໄໝລ້ານຊ້າງຜະລິດດ້ວຍທອງສໍາລິດ, ແຕ່ລະອຽດແນວໃດຈະໄດ້ເຊີນວິຊາການຈາກກົມມໍລະດົກ ລົງມາວິໄຈຂໍ້ມູນຕື່ມອີກເພື່ອຂຶ້ນບັນຊີວັດຖຸພັນດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບຫຼັກການ./.

