ໃບປະກາສະນີຍະບັດການໄດ້ມາ ແລະ ຄຸນຄ່າໃນການນຳໃຊ້

ໂດຍ: ຈ ຈຳ​ນຽນ​ການ

(ພາບປະກອບ)

ສັງຄົມມະນຸດ ໄດ້ຜ່ານວິວັດທະນາການມາຫລາຍຮ້ອຍປີ, ບັນດາຜູ້ຄົນທີ່ສະຫລາດທັງຫລາຍຕ່າງກໍໄດ້ຄົ້ນຄິດປະດິດສ້າງສິ່ງໃໝ່ໆ ແລະ ທັນສະໄໝ ອອກມາຮັບໃຊ້ຄົນຢ່າງບໍ່ຢຸດຢັ້ງ. ເພື່ອເປັນການສົ່ງເສີມແນວຄິດທິດສະດີທີ່ກ້າວໜ້າທັງຫລາຍເຫລົ່ານັ້ນ, ພວກເພິ່ນຈຶ່ງໄດ້ສ້າງຕັ້ງສະຖາບັນການສຶກສາທຸກສາ ຂາອາຊີບຢ່າງເປັນລະບົບນັບແຕ່ຂັ້ນພື້ນຖານຈົນເຖິງຂັ້ນສູງ ແລະ ໄດ້ແຜ່ຂະຫຍາຍໄປທົ່ວທຸກມູນໂລກ.

ສະເພາະຢູ່ ສປປ ລາວ ທຸກສະຖາບັນການສຶກສາກໍລ້ວນແຕ່ເປັນທີ່ເຄົາລົບນັບຖື; ເພາະວ່າເປັນບ່ອນສ້າງຄົນໃຫ້ມີຄວາມຮູ້,  ໃນເມື່ອ ຮຽນຈົບຄົບຕາມຫລັກສູດທີ່ກຳນົດ; ກໍຕ້ອງໄດ້ສອບເສັງເພື່ອເອົາໃບກຽດຕິຄຸນຫລືພວກເຮົາເອີ້ນວ່າ (ໃບປະກາ ສະນີຍະບັດ) ຕາມລະບຽບການ.

# ການໄດ້ມາໃບປະກາສະນີຍະບັດຂອງນັກສຶກສາ.

ໃບປະກາສະນີຍະບັດທີ່ນັກຮຽນນັກສຶກສາໄດ້ມາ ນັ້ນ, ຕາມທັດສະນະຂອງຫລາຍຄົນແລ້ວອາດຈະຈັດແບ່ງອອກເປັນ 5 ປະເພດດັ່ງນີ້:

1. ໄດ້ມາດ້ວຍຄວາມຮູ້ຄວາມສາມາດຂອງນັກສຶກສາຢ່າງແທ້ຈິງ.

2. ໄດ້ມາຈາກການອະນຸໂລມຂອງສະຖາບັນດ້ວຍເຫດຜົນສະເພາະ.

3. ໄດ້ມາຈາກການນະໂຍບາຍ ຫລື ຍ້ອນຄວາມເຫັນໃຈຂອງສະຖາບັນ.

4. ໄດ້ມາດ້ວຍຊູຊີ ຫລື ປະຈົບປະແຈງ ຂອງນັກຮຽນນັກສຶກສາ.

5. ໄດ້ມາດ້ວຍການປອມແປງ ຫລື ໃຊ້ເງິນຊື້ເອົາ.

#  ຄຸນຄ່າໃນການນຳໃຊ້:

ໃນເມື່ອມີໃບປະກາຢູ່ໃນກຳມື, ກໍໄດ້ຖືເປັນໃບເບີກທາງເພື່ອສະໝັກເຂົ້າເຮັດວຽກຢູ່ສຳນັກງານອົງການໃດໜຶ່ງຕາມມາດຖານ ເງື່ອນໄຂຂອງພາກສ່ວນກ່ຽວຂ້ອງຕ້ອງການ. ໃນເມື່ອໄດ້ຖືກບັນຈຸເຂົ້າເຮັດວຽກແລ້ວຫລາຍຄົນກໍມີຄວາມຕັ້ງໃຈເຮັດວຽກ  ແລະ ມີຜົນສຳເລັດທີ່ດີ.

ແຕ່ກໍມີນັກສຶກສາຈຳນວນບໍ່ໜ້ອຍໄດ້ເຮັດວຽກແຕ່ກໍຕົກຢູ່ໃນສະພາບແບບນີ້: ເຮັດວຽກຖືກຕາມວິຊາທີ່ໄດ້ ຮຽນມາແທ້ແຕ່ເຮັດວຽກ ບໍ່ເປັນ; ຫລື ຮຽນມາວິຊາໜຶ່ງພັດໄປເຮັດວຽກໜຶ່ງ ແລະ ອື່ນໆ.

ກໍລະນີພິເສດ:

1. ຫລາຍຄົນມີໃບປະກາສະນີຍະບັດທີ່ຖືກຕ້ອງແຕ່ກໍຍັງບໍ່ທັນໄດ້ເຮັດວຽກ ທີ່ຕົນເອງໄດ້ຮຽນມາກໍລະນີແບບນີ້ ອາດຈະແມ່ນດ້ວຍເຫດຜົນໃນຕົວ  ແລະ ນອກຕົວຂອງມັນ.

2. ຜູ້ມີໃບປະກາແຕ່ການເຮັດວຽກຍັງບໍ່ມີຄຸນນະພາບດີເທົ່າກັບຜູ້ທີ່ບໍ່ມີໃບປະກາສະນີຍະບັດ.

# ສະຫລຸບແລ້ວກໍຄື:  ການຮຽນເປັນສິ່ງຈຳເປັນ, ການຢັ້ງຢືນທີ່ຖືກຕ້ອງກໍເປັນທີ່ຕ້ອງການ ແລະ ການເຮັດວຽກງານຕົວຈິງຢ່າງມີປະສິດທິພາບມີປະສິດທິຜົນສູງກໍເປັນມາດຕະຖານໃນຍຸກສະໄໝປັດຈຸບັນ. ຄຸນນະພາບການສຶກສາຂອງລາວ ເຮົາຍັງຕ້ອງໄດ້ພັດທະນາຫລາຍດ້ານເຊັ່ນ: ລະບົບການຮຽນ, ຫລັກສູດວິຊາຮຽນ, ມາດຕະຖານຂອງຄູສອນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ