ຄວາມເປັນແບບຢ່າງ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ດັ່ງພວກເຮົາຮັບ ຮູ້ນຳກັນດີແລ້ວວ່າ: ຄວາມເປັນແບບຢ່າງແມ່ນຄຸນນະທຳ ອັນເປັນເລີດຂອງຄົນຜູ້ໜຶ່ງ ບໍ່ວ່າຢູ່ໃນຂະແໜງການ ຫລື ວຽກງານໃດໆ, ໃນນັ້ນລະບົບການສຶກສາ, ກໍຄືການສຶກສາ ອົບຮົມຄົນທົ່ວໄປ, ຄວາມເປັນແບບຢ່າງຍິງມີຄວາມສຳຄັນຫລາຍຕໍ່ສະຕິ ແລະ ການປະພຶດ, ການກະທຳຂອງຄົນ ເຮົາ. ຕົວຢ່າງຢູ່ ໃນຄອບຄົວ ໜຶ່ງ, ຖ້າຜູ້ເປັນພໍ່ແມ່ເປັນແບບຢ່າງທີ່ດີໃນການ ເວົ້າຈາປາໃສ, ມີກິລິຍາມາລະ ຍາດອ່ອນນ້ອມຖອມຕົນ, ບໍ່ ຜິດຖຽງກັນ, ເວົ້ານົວຫົວມ່ວນ, ຍິ້ມແຍ້ມແຈ່ມໃສຕໍ່ກັນ, ລູກໆກໍຈະເປັນຄົນມີລະ ບຽບວິໄນດີ, ບໍ່ມີນິໄສເກເລ ແລະ ເປັນຄົນຄຳຮູ້, ຟັງຄວາມຂອງພໍ່ແມ່ ແລະ ສັງຄົມແຕ່ ກົງກັນຂ້າມຫາກຄອບ ຄົວໃດ ພໍ່ແມ່ຫາກບໍ່ເປັນ    ແບບຢ່າງໃຫ້ລູກໆ,  ມີແຕ່ຜິດຖຽງກັນຢູ່ຕະຫຼອດເວລາ, ປາກເວົ້າບໍ່ມີລະຍາດ, ແຂງກະດ້າງຕໍ່ກັນ, ລູກໆກໍຈະມີ ນິໄສ ແລະ ການປະພຶດ, ການກະທຳຄ້າຍຄືກັນກັບພໍ່ແມ່. ດັ່ງຄຳບູຮານເພິ່ນວ່າ: “ເລືອກຊ້າງໃຫ້ເບິ່ງຫາງເລືອກ ນາງ ໃຫ້ ເບິ່ງພໍ່ແມ່” ແຕ່ເຖິງແມ່ນ ວ່າທິດສະດີການສຶກສາຈະດີເລີດປານໃດກໍ່ຕາມ, ຖ້າບໍ່ມີຄວາມເປັນແບບຢ່າງແມ່ນບໍ່ຕ້ອງເວົ້າເຖິງ ແລະ  ບໍ່ມີການ ສຶກສາອົບຮົມໃດດີເລີດເທົ່າ ກັບຄວາມເປັນແບບຢ່າງ.

ເວົ້າເຖິງພະນັກງານລັດຖະການກໍ່ເຊັ່ນດຽວກັນ, ຊັ້ນ ຜູ້ໃຫຍ່ຍາມໃດເພິ່ນກໍມັກສັ່ງ ສອນ ຫຼື ສຶກສາອົບຮົມໃຫ້   ພະນັກງານຊັ້ນຜູ້ນ້ອຍຕ້ອງເຮັດແບບນັ້ນ ຕ້ອງເຮັດແນວ ນີ້, ແຕ່ຕົນເອງຊໍ້າພັດເປັນຜູ້ ບໍ່ປະຕິບັດຕາມ, ບໍ່ເປັນແບບ ຢ່າງໃຫ້ຂັ້ນລຸ່ມ, ແລ້ວຊິໃຫ້ຂັ້ນລຸ່ມ ເຮັດນຳໄດ້ຈັ່ງໃດ? ເວົ້າແນວໜຶ່ງ ແຕ່ເຮັດແນວ ໜຶ່ງ. ຍ້ອນສະນັ້ນ,ຈຶ່ງມີການ ກ່າວຂານຂອງພະນັກງານ ຊັ້ນຜູ້ນ້ອຍຕໍ່ການນຳວ່າ:” ເຮັດ ຄືຂ້ອຍເວົ້າ ແຕ່ຢ່າເຮັດຄືຂ້ອຍເຮັດ”. ເຮືອນຮົ່ວມາ ແຕ່ແປ ແລ້ວຊິບໍ່ໃຫ້ພື້ນເຮືອນ ປຽກໄດ້ຈັ່ງໃດ? ຜູ້ຂຽນຄິດໃນໃຈວ່າ: ຖ້າການນຳຫາກເປັນແບບຢ່າງທີ່ດີ ບໍ່ສໍ້ລາດ ບັງຫຼວງ, ບໍ່ເອົາສິນບົນ, ບໍ່ຍັກຍອກສໍ້ໂກງ ແນ່ນອນວ່າ ພະນັກງານຊັ້ນຜູ້ນ້ອຍຈະບໍ່ ກ້າກະທຳຢ່າງເດັດຂາດ.

ເມື່ອ ເຫັນຜູ້ໃຫ່ຍເຮັດເດັກນ້ອຍກໍ່ເຮັດຕາມ ແລະ ເມື່ອເຫັນເດັກນ້ອຍເຮັດຕາມຜູ້ໃຫ່ຍກໍ່ບໍ່ກ້າເຕືອນເພາະຢ້ານເຂົາເວົ້າຄືນໃຫ້ຕົນເອງແບບ(ຢ້ານໄກ່ເຫັນຕີນງູ, ຢ້ານງູເຫັນນົມໄກ່) ກໍເລີຍເສີຍໃຜເສີຍມັນ. ສຸດທ້າຍຂະບວນການກະທຳທີ່ບໍ່ດີກໍ ລຸກລາມບານປາຍຂຶ້ນແຕ່ ບໍ່ມີໃຜກ້າເວົ້າໃຜ ໃນທີ່ສຸດ ກໍລາມພະລາມຈົວ, ບ້ານ ເມືອງບໍ່ມີຂື່ບໍ່ມີແປລະບົບ ການເມືອງຈະຖືກສັ່ນຄອນ, ຄວາມໝັ້ນຄົງກໍຈະອ່ອນ ເພຍລົງ./.

ໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ