ກີມຈອງອຸນກວດສອບກຳປັ່ນດຳນ້ຳລຸ້ນຫລ້າສຸດຂອງຕົນ

ແຫລ່ງຂ່າວ
KCNA
ລາຍງານວ່າ: ຜູ້ນຳ ສປປ. ເກົາຫຼີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ກຳປັ່ນດຳນໍ້າລຸ່ນຫຼ້າສຸດ
ຂອງຕົນ,
ເຊິ່ງຈະເອົາໄປປະຈຳການຢູ່ທະເລຍີ່ປຸ່ນ.

ວັນທີ 22 ກໍລະກົດນີ້, ຜູ້ນຳ ສປປ. ເກົາຫຼີ ກີມຈອງອຸນໄດ້ລົງກວດສອບການຕໍ່ກຳປັ່ນດຳນໍ້າຢູ່ໂຮງງານແຫ່ງໜຶ່ງ, ທ່ານໄດ້ສະແດງຄວາມພໍໃຈຕໍ່ການ “ຕໍ່ກຳປັ່ນດຳນໍ້າທີ່ເຂັ້ມແຂງຂອງ ສປປ. ເກົາຫຼີ ” ຂ່າວ ສານຂອງ ສປປ. ເກົາຫຼີ ບໍ່ໄດ້ ໃຫ້ລະອຽດກ່ຽວກັບຄຸນສົມບັດ ແລະ ການຕິດຕັ້ງອາວຸດຢູ່ໃນກຳປັ່ນແຕ່ຢ່າງໃດ, ມີແຕ່ໃຫ້ຮູ້ວ່າ ເມືອຕໍ່ສຳເລັດແລ້ວຈະໄດ້ນຳໄປ ປະຈຳການຢູ່ທະເລຍີ່ປຸ່ນ.
ທ່ານກີມມີຄຳເຫັນວ່າ:“ປະເທດໜຶ່ງ, ທາງທິດຕາ ເວັນອອກ ແລະ ທິດຕາເວັນຕົກລ້ວນແຕ່ຕິດກັບມະຫາສະມຸດຄືແນວນີ້, ຄຸນສົມບັດ ແລະ ຍຸດທະວິທີຂອງກຳປັ່ນດຳນໍ້າ ເປັນປັດໄຈທີ່ສຳຄັນຂອງ ການປ້ອງກັນຊາດ. ສປປ. ເກົາຫຼີ ຈະເພີ່ມຄວາມອາດສາມາດປ້ອງກັນດ້ວຍກຳລັງ ກອງທັບເຮືອ, ໃນນັ້ນມີກຳປັ່ນດຳນໍ້າ”
ປັດຈຸບັນ, ພຽງຢາງ ກຳລັງຜະລິດກຳປັ່ນດຳນໍ້າຢ່າງໜ້ອຍ 70 ລຳ, ແຕ່ມີຈຳນວນ ໜຶ່ງເທົ່ານັ້ນທີ່ຈະຕິດຕັ້ງລູກ ຈະຫຼວດຂີປານາວຸດ, ແລະ ປາກົດວ່າ ສປປ. ເກົາຫຼີ ຍັງຜະລິດຫົວອາວຸດນິວ ເຄຣຍຂະໜາດນ້ອຍຕິດຕັ້ງ ໃສ່ກຳປັ່ນດຳນໍ້າຂອງຕົນ.
ນັກຊ່ຽວຊານຈຳນວນໜຶ່ງເວົ້າວ່າ: ກຳປັ່ນດຳນໍ້າ ຂອງ ສປປ. ເກົາຫຼີ ສຸດທີ່ ຫຼ້າສະໄໝ ແລະ ມີສຽງຟົດ ນັນ, ຈະຖືກພົບເຫັນແຕ່ໄກໄດ້, ແຕ່ເຈົ້າໜ້າທີ່ປ້ອງກັນຊາດ ຂອງສ. ເກົາຫຼີ ໄດ້ຢືນຢັນວ່າ: ມີກຳປັ່ນດຳນໍ້າຂອງ ສປປ. ເກົາຫຼີ ປະມານ 50 ລຳເຄີຍຫາຍອອກຈາກໜ້າ ຈໍ ຣາດາ ຂອງພວກເຂົາມາແລ້ວໃນປີ 2015.
ຮຽບຮຽງໂດຍ: ລູກເມືອງພວນ

