ແມ່ນບໍ່ວ່າ: ເຮັດອັນໃດກິນນຳອັນນັ້ນ

ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ຄຳເວົ້ານີ້ ອາດຄຸ້ນ ຫູ ແລະ ຕິດສົບຕິດປາກຂອງ ຄົນເຮົາໄປແລ້ວ. ເຖິງບໍ່ອະທິ ບາຍທຸກຄົນກໍ່ພໍຈະເຂົ້າໃຈ ແຕ່ມັນແມ່ນແທ້ບໍ່? ເຊິ່ງສຳລັບ ຜູ້ຂຽນເອງອາດຕີລາຄາໄດ້ 2 ແງ່. ຄື: ແງ່ທີ 1: ໝາຍ ເຖິງ ວ່າ ເຮັດວິຊາສະເພາະອັນໃດ ຫຼື ປະກອບອາຊີບອັນໃດ ກໍແມ່ນກິນນຳ ອັນນັ້ນເປັນຫຼັກ, ເພາະພວກເຮົາມີເງິນ ຄ່າແຮງງານ ເງິນນ້ຳຄຳ ເດືອນ. ທີ່ຖືກຕ້ອງຊອບທຳ ແງ່ທີ 2: ແມ່ນຄຳເວົ້າທີ່ເຈາະລົງໄປໃນທາງທີ່ບໍ່ດີ, ໝາຍ ວ່າອາໄສອາຊີບ ແລະ ໜ້າ ທີ່ຕຳແໜ່ງຂອງຕົນຫາກິນ ດ້ວຍຄວາມບໍ່ຊອບທຳ,  ໂດຍການທຸດຈະລິດຫາກິນ ໂດຍບໍ່ຊອບທຳ ແລະ ໃຫ້ ຈັນຍາທຳສິ່ງນີ້ກໍມີຫລາຍ ໂດຍສະເພາະຢູ່ໃນປະເທດ ດ້ອຍ ແລະ ກຳລັງພັດທະນາ, ດັ່ງລາວເຮົາກໍມີຢູ່ເຊັ່ນ: ຂົ່ມຂູ່, ບັງຄັບໃຈ, ຈອບອອຍ, ຊັກຊວນ, ໃຫ້ສັນຍາ, ໃຫ້ ຄວາມຫວັງ…ອັນນີ້ແມ່ນວິ ທີການຫາກິນທີ່ບໍ່ຊອບທຳ ທັງນັ້ນ ແລະ ຜ່ານມາ, ກໍມີໃຫ້ເຫັນແລ້ວ, ມີເຖິງຂັ້ນດຳ ເນີນຄະດີ, ລົງໂທດໃສ່ຄຸກ ຕະລາງປົດຕຳແໜ່ງ, ໄລ່ ອອກຈາກລັດຖະການ ແລະ ອື່ນໆ. ແຕ່ຄຳວ່າ: “ເຮັດອັນ ໃດກໍ່ກິນນຳອັນນັ້ນ. ໃນແງ່ທີ 1 ນັ້ນ” ກໍຍັງບໍ່ສິນສຸດ ແລະ ເຄັດຫລາບ, ເຊິ່ງໄ້ດກາຍເປັນ ປາກົດການຫຍໍ້ທໍ້ໃນສັງຄົມ ຢ່າງຫລວງຫລາຍຈົນກາຍ ເປັນບັນຫາແກ້ຍາກ ແລະ ຮ້າຍແຮງໄປກວ່ານັ້ນໃນປັດ ຈຸບັນພັດເກີດມີປາກົດການ ໄປວຽກແຕ່ບໍ່ມີວຽກເຮັດ,  ໄປການແຕ່ບໍ່ເຮັດການ, ໄປ  ຫ້ອງການເພື່ອໄປລົມກັນ   ຫຼິ້ນ, ຕີໝາກບູ້ນ, ໄປດື່ມເຫຼົ້າ ດື່ມເບຍ ຊຳຊາ ຮອດໂມງ ເລີກການ ແລ້ວກໍເມືອພໍ ໄດ້ເງິນເດືອນ ເພາະພວກ ຈັງໄຮເລົ່ານັ້ນມັນມັກໃຫ້  ເຫດຜົນວ່າ: ຈະເຮັດວຽກດີ  ຫຼື ບໍ່ດີແນວໃດ ເງິນເດືອນ ກໍຍັງໄດ້ຄືເກົ່າ.

ສະນັ້ນ, ຈຶ່ງເຫັນວ່າ ເຖິງ ເວລາແລ້ວທີ່ພວກເຮົາຈະ ຫັນພະນັກງານລັດ ໃຫ້ມີຄຸນນະພາບ, ເປັນຄົນເກັ່ງ ແລະ ມີຈັນຍາບັນ, ຈິ່ງຈະຊ່ວຍໃຫ້ ການພັດທະນາປະເທດຊາດບ້ານເມືອງເຮົາຈະເລີນຮຸ່ງ ເຮືອງໄດ້./.

    ໂດຍລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ