ຫວຽດນາມຊ່ວຍກໍ່ສ້າງສະຖາບັນເສດຖະກິດ-ການເງິນ ໄລຍະ 3

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ (ດົງຄໍາຊ້າງ) ໄລຍະ 3 ລວມມີມູນຄ່າຫລາຍກວ່າ 65,25 ຕື້ກີບ, ໂດຍການຊ່ວຍເຫລືອຈາກ ສສ.ຫວຽດນາມ ໄດ້ມີຂຶ້ນໃນວັນທີ 19 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ດິງ ຕຽນ ຢຸງ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ແລະ ທ່ານ ເອກອັກຄະລັດຖະທູດ ສສ ຫວຽດ ນາມປະຈຳລາວເຂົ້າຮ່ວມນໍາດ້ວຍ.
ຫົວໜ້າຫ້ອງການກະຊວງການເງິນລາວ, ຫົວໜ້າຄະນະຄຸ້ມຄອງໂຄງການຝ່າຍລາວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ໄລຍະ 3 ວ່າ: ເພື່ອເປັນການສືບຕໍ່ຜົນ ສຳເລັດໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນໄລຍະ 1, 2 ທີ່ລັດຖະບານຫວຽດນາມໄດ້ໃຫ້ການສະໜັບສະໜູນ ເພື່ອສືບຕໍ່ກໍ່ສ້າງອາຄານຮຽນ, ຫໍພັກນັກສຶກສາ, ສະໝາມກິລາກາງແຈ້ງ, ກໍ່ສ້າງໂຄງລ່າງເຕັກນິກນອກອາຄານ, ລະບົບນໍ້າສະອາດ, ໄຟຟ້າ, ເສັ້ນທາງ ແລະ ອຸປະກອນທີ່ຈຳເປັນລວມມີໂຕະຕັ່ງນັກສຶກສາ, ຄູອາຈານ, ຕຽງ, ຕູ້, ລະບົບປັບອາກາດ, ລະບົບປ້ອງກັນອັກຄີໄພ, ເຄື່ອງຈ່າຍໄຟຟ້າ ແລະ ອື່ນໆລວມຄ່າທຶນທັງໝົດ 176,19 ຕື້ດົງ ຫຼື ປະມານ 65,25 ຕື້ກີບ. ໃນນັ້ນ, ທຶນຊ່ວຍເຫຼືອລ້າຂອງ ສສ ຫວຽດນາມມີຫລາຍກວ່າ 158,57 ຕື້ດົງ ຫຼື ປະມານ 58,73 ຕື້ກີບ, ທຶນສົມທົບຂອງລັດຖະບານສ ປປ ລາວ ປະມານ 6,52 ຕື້ກີບ.
ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນ ໄລຍະ 3 ເປັນການສືບຕໍ່ຜົນສໍາເລັດໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນໄລຍະ 1, 2 ທີ່ຜ່ານມາອັນເປັນການປະກອບສ່ວນໃຫຍ່ຫຼວງເຂົ້າໃນການພັດທະນາແຫຼ່ງກຳລັງຂອງຂະແໜງການເງິນລາວ; ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດຂອງສປປ ລາວ, ໂດຍສະເພາະການຄຸ້ມຄອງລັດດ້ານການເງິນໃນໄລຍະໃໝ່, ທັງເປັນການເພີ່ມທະວີຄວາມສາມັກຄີມິດຕະພາບອັນເລິກເຊິ່ງລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ-ລາວ “ໝັ້ນຄົງທະນົງແກ່ນຕະຫຼອດໄປ”.

