ຄົນອິນເດຍຜູ້ໜຶ່ງບໍ່ເຄີຍຕັດຜົມ ແລະ ສະຫົວຕະຫຼອດ 40 ປີ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມຂ່າວຈາກ vnExpress, ວັນທີ 16 ກໍລະກົດນີ້ ໃຫ້ຮູ້ວ່າ: ມີຜູ້ຊາຍຄົນອິນເດຍຄົນໜຶ່ງ ອາຍຸ 63 ປີ, ຢູ່ລັດ ບີຮາ ຂອງອິນເດຍ ມີຜົມຍາວເຖິງ 1,8ມ ຍ້ອນບໍ່ໄດ້ຕັດ ແລະ ສະຫົວຈັກເທື່ອເປັນເວລາ 40 ປີ. ຄວາມຍາວຜົມຂອງ Sakal Dev ສາມາດມ້ວນຢອງຂຶ້ນໃສ່ກັນເປັນຊັ້ນໆໄດ້.

Sakal Dev ເລົ່າວ່າ: ກ່ອນໜ້ານີ້ 40 ປີ ໄດ້ມີເທບພະເຈົ້າເຂົ້າມາໃນຄວາມຝັນຂອງຕົນ ແລະ ໄດ້ບອກເຂົາວ່າ: ຢ່າໄດ້ຕັດຜົມ ແລະ ສະຫົວ. ແຕ່ນັ້ນມາ ເຂົາໄດ້ຮັກສາຜົມຂອງເຂົາເໝືອນກັບວ່າ ເປັນສິ່ງ “ສັກສິດ” ອັນໜຶ່ງ, ບໍ່ຕັດ ແລະ ບໍ່ສະຈັກເທື່ອ ເພາະມັນເປັນທີ່ສັກສິດໄດ້ມາຈາກເທບພະເຈົ້າມອບໃຫ້.

Sakal Dev ເຂົາເຄີຍເປັນລັດຖະການຂະແໜງປ່າໄມ້ 31 ປີ, ມີເມຍ ແລະ ມີລູກຊາຍ 3 ຄົນ, ລູກສາວ 3 ຄົນ ແລະ ມີຫຼານອີກ 7 ຄົນ. ເຂົາເວົ້າວ່າ: ລູກເມຍຂອງເຂົາບໍ່ໄດ້ເວົ້າວ່າຫຍັງກ່ຽວກັບຜົມຂອງເຂົາ.

ປະຊາຊົນໃນໝູ່ບ້ານໃຜໆກໍ່ຍ້ອງຍໍວ່າເຂົາເປັນຄົນດີ, ມັກຊ່ວຍເຫຼືອຄົນອື່ນ, ໂດຍສະເພາະແມ່ນປຸງແຕ່ງຮາກຢາໃຫ້ຄູ່ຜົວເມຍທີ່ແຕ່ງງານດົນແລ້ວບໍ່ມີລູກ. ມີຫຼາຍໆຄົນມັກຈະມາຂໍຖ່າຍຮູບກັບເຂົາ ແລະ ເຂົາເອງກໍຍິນດີຕ້ອນຮັບສະເໝີ.

ປີ 2018 ຜູ້ທີ່ໄດ້ນາມມະຍົດວ່າມີຜົມຍາວທີ່ສຸດໃນໂລກ ແມ່ນເປັນຂອງນາງ Asha Mandela, ອາຍຸ 55 ປີ, ຢູ່ລັດ Florida ສະຫະລັດອາເມລິກາ, ມີຄວາມຍາວ 34ມ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ