ສະໂມສອນໃນ ສປ ຈີນ ຍິນດີຈ່າຍ 1,2 ລ້ານປອນຕໍ່ອາທິດ ເພື່ອດຶງແກເຣັກເບວ ມາຮ່ວມສັງກັດ!!!

ສຳນັກຂ່າວຂອງປະເທດແອັສປາຍ ຕີຂ່າວ ແກເຣັກ ເບວ ປີກຂອງ ຣີອັລ ມາດຣິດ ອາດຄິດໜັກຫຼັງຈາກທີ່ສະ ໂມສອນໃນຈີນຍິນດີທີ່ຈະ ໃຫ້ຄ່າເມື່ອຍສູງເຖີງ 1,2 ລ້ານປອນຕໍ່ອາທິດ ເພື່ອດຶງ ໂຕເຂົາມາຮ່ວມທີມ.

ແກເຣັກ ເບວ ປີກທີມ ຊາດ ເວວ ຂອງສະໂມສອນ ຣີອັລ ມາດຣິດ ໄດ້ຮັບຂໍ້ສະ ເໜີເປັນເງິນກ້ອນໃຫຍ່ເຖີງ 1,2 ລ້ານປອນຕໍ່ອາທິດ ຈາກສະໂມສອນໃນລີກ ໄຊນິສ ຊຸບເປີ້ ລີກ ປະເທດ ສາທາລະນະລັດປະຊາຊົນ   ຈີນ ຈາກການເປີດເຜີຍ ເອວ ຊິຣິນກິໂຕ້ ສື່ຊັ້ນນຳ ຂອງ  ແອັສ ປາຍ.

ແກເຣັກ ເບວ ເບິ່ງ ແລ້ວ ອາດຈະມີຄວາມເປັນໄປໄດ້ ໃນການຖືກກຳຈັດອອກຈາກທີມໃນຊ່ວງຊຳເມີ້ນີ້ ເພາະ ກ່ອນໜ້ານີ້ ໂລສ ບລັງໂກສ ພະຍາຍາມທີ່ຈະໃຊ້ ເບວ ບວກກັບເງິນກ້ອນໃຫຍ່ເພື່ອໃຫ້ແມນເຊສເຕີ້ ຢູໄນເຕັດ ປ່ອຍ ປອນ ປ໊ອກບາ ມາຮ່ວມ ທີມ ແຕ່ ເບວ ກໍບໍ່ມີທ່າທີ ຕອບ ໂຕ້ແຕ່ຢ່າງໃດ.

ມີລາຍງານວ່າ ເບວ ອາດຈະໄດ້ປົດປ່ອຍໂຕເອງ ຈາກທີມດັງແຫ່ງກຸງມາດຣິດເມື່ອສະໂມສອນ ໃນລີກ ຈີນເຊິ່ງບໍ່ມີການເປີດເຜີຍ ຊື່ຍິນດີທີ່ຈະຈ່າຍຄ່າເມື່ອຍ ສອງເທົ່າຈາກທີ່ ເບວ ໄດ້ຈາກ ເຣອັລ ມາດຣິດ 600,000 ປອນຕໍ່ອາທິດ ຢ່າງໃດກໍ   ຕາມ ເຣອັລ ມາດຣິດ ປະຕິ ເສດຂໍ້ສະເໜີດັ່ງກ່າວເພາະທີມໃນ ລີກ ສ.ປ ຈີນ ຄົງ ບໍ່ຍອມຈ່າຍຄ່າໂຕຕາມທີ່ ມາດຣິດ ຕ້ອງການໄດ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ