ປ່ອຍ​ໜ້ອຍ​ຂ້າ​ຫລາຍ

ໂດຍ: ທ່ຽງ​ທຳ

ສະບາຍດີເພື່ອນຜູ້ອ່ານ ທີ່ຮັກແພງ, ຍັງອີກບໍ່ດົນວັນທີ 13  ກໍລະກົດ, ເຊິ່ງແມ່ນ ອານຸ ລັກສັດນ້ຳ-ສັດປ່າ ແຫ່ງຊາດ ກໍ ຈະໜູນວຽນມາເຖິງອີກວ່າ ລະໜຶ່ງ ແລະ ຫວັງວ່າພວກ ເຮົາຈະເຮັດໃຫ້ດີທີ່ສຸດໃນ ການ ອານຸລັກຮັກສາສັດນ້ຳ-ສັດ ປ່າ, ເພື່ອກະຕຸກຊຸກຍູ້ໃຫ້ວັນ ທີ່ມີຄວາມໝາຍຄວາມສຳ ຄັນດັ່ງກ່າວບໍ່ກາຍເປັນສູນ ເພາະຜ່ານມານີ້.

ໂດຍສ່ວນໃຫຍ່ແລ້ວແມ່ນ ເຮັດໄດ້ແຕ່ເບື້ອງທິດສະດີ, ສ່ວນການປະພຶດຕົວຈິງນັ້ນ ແມ່ນເຮັດໄດ້ທັງຫລາຍ, ການ ວ່າການເຂັນຂ້າສັດປ່າ ເພື່ອ ການບໍລິໂພກທີ່ເປັນສິນຄ່າແມ່ນຍັງມີຢູ່ຢ່າງຫລວງ ຫລາຍຕາມຕະຫລາດນ້ອຍ ໃຫຍ່ຕ່າງໆ ໃນຂອບເຂດທົ່ວ ປະເທດໂດຍສະເພາະແມ່ນຢູ່ ເຂດຊົນນະບົດພູດອຍ, ເພາະ ປະຊາຊົນໃນເຂດນັ້ນສ່ວນ ຫລາຍແມ່ນຍັງທຸກຍາກຂາດ  ເຂີນຢູ່.

ເຊິ່ງການດຳລົງຊີວິດ ຂອງ ເຂົາເຈົ້າຕົ້ນຕໍແມ່ນຕິດ ພັນກັບທຳມະຊາດຖືເອົາການລ່າ ເພື່ອຫາເຄື່ອງປ່າ ຂອງດົງເພື່ອລ້ຽງຊີບ, ນັບທັງ ການແລກປ່ຽນຊື້ຂາຍເພື່ອ ຈະມີເງິນມາຊື້ເຂົ້າກິນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ ແລະ ເຄື່ອງໃຊ້ຈຳເປັນອື່ນໆ.

ດັ່ງນັ້ນຖ້າເບິ່ງເລິກເຂົ້າ ໄປແລ້ວການອະນຸລັກຮັກສາສັດນ້ຳ- ສັດປ່າຕະຫລອດ   ໄປຮອດ ຊີວະນາໆພັນ ຢູ່ປະ ເທດເຮົາ ແມ່ນຍັງເຮັດໄດ້ ຍາກ, ຕາບໃດພວກເຮົາຍັງ ບໍ່ທັນລົບລ້າງ ຄວາມທຸກຍາກ ຂາດເຂີນຂອງ ປະຊາຊົນ ໃນເຂດຊົນນະ ບົດບ່ອນຫ່າງ ໄກສອກຫລີກ  ໄດ້ແຕ່ເວົ້າ ແນວນີ້ກໍບໍ່ໝາຍຄວາມວ່າ ພວກເຮົາຈະບໍ່ມີທາງອອກ, ເພາະພວກເຮົາໄດ້ມີລະບຽບ ກົດໝາຍ ແລະ ຂໍ້ຫ້າມຕ່າງໆ ເພື່ອຈຳກັດການຫາ ປ່າລ່າ ສັດແບບດັບສູນ, ພ້ອມນັ້ນ ກໍມີວັນອະນຸລັກ-ຮັກສາສັດນ້ຳ-ສັດປ່າແຫ່ງຊາດ   13 ກໍລະກົດນີ້, ຈົ່ງພ້ອມກັນ       ສົ່ງເສີມ ແລະ ເຮັດໃຫ້ວັນດ່ັງ ກ່າວມີຄວາມເປັນ ຈິງຫລາຍ ຂຶ້ນບໍ່ສະເພາະແຕ່ການປ່ອຍ ປ່າ-ປ່ອຍສັດພວກເຮົາຈະ ຕ້ອງໄດ້ອອກແຮງເຮັດວຽກ ງານສຶກສາອົບຮົມປູກຈິດ ສຳນຶກໃຫ້ປະຊາຊົນ ເຮົາຮູ້ ຮັກທຳມະຊາດ ແລະ ຫວງ ແຫນບັນດາສັດຫາຍາກໃກ້ ຈະສູນພັນດັ່ງກ່າວ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ